ກອງປະຊຸມສຳມະນາທາບທາມຄວາມເຫັນໂຄງການເຂື່ອນໄຟຟ້າດອນສະຫົງໃນແມ່ນ້ຳຂອງ


ກອງປະຊຸມສຳມະນາທາບທາມຄວາມເຫັນໂຄງການເຂື່ອນໄຟຟ້າດອນສະຫົງໃນແມ່ນ້ຳຂອງ - ảnh 1
(ພາບ: internationalrivers.org)

(vovworld) – ວັນ​ທີ 21/8, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ສົມທົບ​ກັບ​ສູນ​ພັດທະນາ​ຂໍ້ລິ​ເລີ່​ມຂຽວ (GreenlD), ​ເຄືອ​ຂ່າຍ​​ແມ່​ນ້ຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມສຳ​ມະ​ນາ “ທາ​ບທາມ​ຄວາມ​ເຫັນ​ໂຄງການ​ເຂື່ອນ​ໄຟຟ້າ ດອນ​ສະ​ຫົງ ​ຢູ່​ແມ່​ນ້ຳຂອງ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ ງູ້ຍທິ​ແຄງ, ຜູ້ອຳນວຍການ​ສູນ​ພັດທະນາ​ຂໍ້​ລິ​ເລີ່​ມຂຽວ ​ໃຫ້​ຮູ້​ວ່າ: ທີ່​ວາລະ​ປະຊຸມ​ຂອງ​ຄະນະກຳມາ​ທິການ ​ແມ່​ນ້ຳຂອງ ທີ່ຖືກ​ດຳ​ເນີນ​​ໃນ​ວັນ​ທີ 26/6/2014 ຢູ່ ​ໄທ, ລາວ ​ໄດ້ປະກາດ​ຈະ​ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ​ໂຄງການ​ເຂື່ອນ​ໄຟຟ້າ ດອນ​ສະ​ຫົງ ​ໃນ​ໄລຍະ​ເວລາ 6 ​ເດືອນ (​ແຕ່​ເດືອນ 7 ຮອດ​ເດືອ​ນ 12/2014). ນີ້​ກໍ່​ແມ່ນ​ສາຍ​ເຫດ, ສູນ​ພັດທະນາ​ຂໍ້​ລິ​ເລີ່​ມຂຽວ ສົມທົບ​ກັບ​ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ພາກ​ໃຕ້ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ນີ້​ເພື່ອ​ແນ​ໃສ່​ສະໜອງ​ຂໍ້​ມູນ​ຂ່າວ ​ແລະ ອັບ​ເດັດ​ກ່ຽວ​ກັບວິວັດ​ການ​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ​ຢູ່​​ແມ່​ນ້ຳຂອງ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ຄົ້ນ​ຄ້ວາ, ນັກວິທະຍາ​ສາດ​ລ້ວນ​ແຕ່​ມີ​ຄວາມ​ຮັບ​ຮູ້​ລວມ, ​ເລື່ອງ​ກໍ່​ສ້າງ​ເຂື່ອນ​ໄຟຟ້າ ດອນ​ສະ​ຫົງ ມີ​ໄພ​ເກີດ​ບັນ​ດາ​ການ​ປ່ຽນ​​ແປງ ທີ່​ບໍ່​ສາມາດ​ຟື້ນ​ຟູ​ໄດ້​ສຳລັບ​ລະບົບ​ຊີວະ​ນາໆ​ພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ໃນ​ເຂດນ້ຳຕົກຕາດຄອນ​, ກໍ່​ຄວາມ​ອັນຕະລາຍ​ໃຫ້​ອາຊີບ​ຫາ​ປາ​ໃນ​ເຂດ​ດິນຕໍ່​ແຜ່ນ, ການ​ທຳ​ມາ​ຫາ​ກິນ ​ແລະ ຄ້ຳປະກັນ​ດ້ານ​ສະບຽບອາຫານ​ໃນ​ພາກ​ພື້ນ ​ແລະ ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ.


ຂ່າວ/ບົດ​ອື່ນ