ກອງປະຊຸມສຳມະນາບັນດານັກວິທະຍາສາດໜຸ່ມ ຫວຽດນາມ ຢູ່ ສ.ເກົາຫຼີ ຄັ້ງທີ 4

(VOVWORLD) - ໂດຍສືບຕໍ່ຜົນສຳເລັດຂອງບັນດາກອງປະຊຸມສຳມະນາຄັ້ງກ່ອນ, ສະມາຄົມນັກສຶກສາ ຫວຽດນາມ ຢູ່ ສ.ເກົາຫຼີ (VSAK) ວັນທີ 25 ມິຖຸນາ ກອງປະຊຸມສຳມະນານັກວິທະຍາສາດໜຸ່ມ ຫວຽດນາມ ປີ 2017 (ACVYS 2017) ໄດ້ຈັດຕັ້ງຢູ່ມະຫາວິທະຍາໄລ Gachon ນະຄອນ Seongnam, ແຂວງ Gyeonggi ສ.ເກົາຫຼີ.
ກອງປະຊຸມສຳມະນາບັນດານັກວິທະຍາສາດໜຸ່ມ ຫວຽດນາມ ຢູ່ ສ.ເກົາຫຼີ ຄັ້ງທີ 4 - ảnh 1 (ພາບປະກອບ)

ກອງປະຊຸມສຳມະນາປະຈຳປີຄັ້ງທີ 4 ນີ້ ໂດຍສະຖານທູດ ຫວຽດນາມ ແລະ ຫ້ອງການວິທະຍາສາດ - ເຕັກໂນໂລຊີ (ກະຊວງວິທະຍາສາດ - ເຕັກໂນໂລຊີ) ຫວຽດນາມ ປະຈຳ ສ.ເກົາຫຼີ ເປັນຜູ້ອຸປະຖຳ. ນີ້ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສ.ເກົາຫຼີ ແລະ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ VSAK.

        ກອງປະຊຸມສຳມະນາ ACVYS – 2017 ປີນີ້ ດຶງດູດການເຂົ້າຮ່ວມຂອງນັກສຶກສາ, ສາດສະດາຈານ ຫວຽດນາມ ແລະ ຕ່າງປະເທດ ທີ່ມາຈາກບັນດາມະຫາວິທະຍາໄລໃນທົ່ວ ສ.ເກົາຫຼີ ປະມານ 300 ຄົນ ດ້ວຍກິດຈະກຳຄົ້ນຄວ້າເກືອບ 100 ກິດຈະກຳຖືກສະເໜີ ແລະ ປຶກສາຫາລືຢູ່ທີ່ນີ້. ກອງປະຊຸມສຳມະນາປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ