ກອງປະຊຸມສຳມະນາວິທະຍາສາດ “ຫຼີກລ້ຽງສະພາບລາຍຮັບປານກາງບໍ່ເພີ່ມຂຶ້ນຢູ່ຫວຽດນາມ”

ກອງປະຊຸມສຳມະນາວິທະຍາສາດ “ຫຼີກລ້ຽງສະພາບລາຍຮັບປານກາງບໍ່ເພີ່ມຂຶ້ນຢູ່ຫວຽດນາມ” - ảnh 1
ທ່ານເວື​ອງດິ່ງ​ເຫ້ວ, ຫົວໜ້າ​ຄະນະ​​ເສດຖະກິດ​ສູນ​ກາງ
(ພາບ: qdnd.vn)


(vovworld) - ກອງ​ປະຊຸມ​ສຳມະ​ນາ​ວິທະຍາ​ສາດ “ຫຼີກ​ລ້ຽງສະພາບລາຍ​ຮັບ​ປານກາງບໍ່​ເພີ່ມ​ຂື້ນຢູ່​ຫວຽດນາມ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/04, ຢູ່​ຮ່າ​ໂນ້ຍ, ກອງ​ປະຊຸມ​ສຳມະ​ນາ​ໂດຍ​ຄະນະ​ກຳມະການ​​ເສດຖະກິດສູນ​ກາງ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ສະໜອງ​ບັນດາ​ຫັຼກຖານ​ວິທະຍາສາດ​ເພື່ອ​​ໃຫ້​ພັກ, ລັດ ວາງ​​ແຜນ​ນະ​ໂຍບາຍ, ມາດ​ຕະການ​ແກ້​ໄຂສະພາບລາຍ​ຮັບປານກາງບໍ່​ເພີ່ມ​ຂຶ້ນ, ສືບ​ຕໍ່​ພັດທະນາ​ໃຫ້​ກາຍ​ເປັນ​ປະ​ເທດ​ມີ​ລາຍ​ຮັບ​ສູງ​ໃນ​ອະນາຄົດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ສາດສະດາ​ຈານ, ປະລິຍາ​ເອກ ​ເວື​ອງດິ່ງ​ເຫ້ວ, ຫົວໜ້າ​ຄະນະ​​ເສດຖະກິດ​ສູນ​ກາງ ​ເນັ້ນ​ໜັກ​ວ່າ, ​ເສດຖະກິດ​ຫວຽດນາມ ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ປະ​ເທດ​ດ້ອຍ​ພັດທະນາ, ລະດັບ​ການ​ເຕີບ​ໂຕ​ເພີ່ມຂຶ້ນຢ່າງຕໍ່​ເນື່ອງໃນ​ລະດັບ 7%/ປີ. ​ແຕ່​ຫວຽດນາມ ມີ​ໄພຕົກ​​ເຂົ້າສູ່ສະພາບລາຍ​ຮັບ​ປານກາງບໍ່​ເພີ່ມ​ຂຶ້ນ, ​ເຮັດ​ໃຫ້ລັກສະນະ​ແກ່ງ​ແຍ່ງ​ຂອງ​ພື້ນຖານ​ເສດຖະກິດ​ຖືກ​ຫຼຸດ​ລົງ. ສິ່ງ​ດັ່ງກ່າວ​ຈະ​ກີດຂວາງ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ. ທ່ານ ​ເວື​ອງດິ່ງ​ເຫ້ວ ​ເນັ້ນ​ໜັກ​ວ່າ.

        “ສະພາບລາຍ​ຮັບ​ປານກາງບໍ່​ເພີ່ມ​ຂຶ້ນຈະເກີດ​ຂຶ້ນ​ເມື່ອ​ລະດັບການ​ພັດທະນາ​ຖືກຢຸດໄວ້ ພາຍຫຼັງ​ບັນລຸ​ໄດ້​ລາຍ​ຮັບ​ປານ​ກາງ. ບັນຫານີ້​​ເຄີຍເກີດ​ຂຶ້ນ​ສຳລັບ​ບັນດາ​ພື້ນຖານ​ເສດຖະກິດພວມ​ພັດທະນາ ​ເມື່ອ​ລະດັບ​ເງິນ​ເດືອນ​ເພີ່ມ​ຂຶ້ນ ​ໃນ​ຂະນະ​ທີ່​ການ​ແກ່ງ​ແຍ່ງ​ກ່ຽວ​ກັບ​ລາຄາ​ສິນ​ຄ້າ​ຖືກຫຼຸດ​ລົງ ຍາກ​ທີ່​ຈະ​ແກ່ງ​ແຍ່ງ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາໄດ້. ສະ​ນັ້ນ, ​ເພື່ອ​ໃຫ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງຫຼີກ​ລ້ຽງສະພາບລາຍ​ຮັບ​ປານກາງບໍ່​ເພີ່ມ​ຂຶ້ນ ​ແລະ ສືບ​ຕໍ​່ກາຍ​ເປັນ​ປະ​ເທດມີ​ລາຍ​ຮັບ​ສູງ​ໃນ​ອະນາຄົດ ຍາມໃດກໍ່ແມ່ນບັນຫາທີ່​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ຢ່າງເລິກເຊິ່ງຈາກ​ພັກ ​ແລະ ລັດ, ແລະ ບັນດາ​ພະນັກງານ​ວາງ​ແຜນ​ນະ​ໂຍບາຍ ​ແລະ ບັນດາ​ນັກວິທະ​ຍາ​ສາດ​ອີກ​ດ້ວຍ”.

ຂ່າວ/ບົດ​ອື່ນ