ກອງປະຊຸມສຳມະນາວິທະຍາສາດສາກົນສື່ມວນຊົນອາຊຽນ:ບັນດາແງ່ມູບປຽບທຽບ

ກອງປະຊຸມສຳມະນາວິທະຍາສາດສາກົນສື່ມວນຊົນອາຊຽນ:ບັນດາແງ່ມູບປຽບທຽບ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາວິທະຍາສາດ​ສາກົນ “ສື່​ມວນ​ຊົນ​ອາ​ຊຽນ: ບັນດາ​ແງ່​ມູບປຽບທຽບ"

(vovworld) - ວັນ​ທີ 19/10, ຢູ່ ຮ່າ​ໂນ້ຍ, ພະ​ແນ​ກສ່ື​ມວນ​ຊົນ ​ແລະ ສື່ສານ ມະຫາວິທະຍາ​ໄລ ວິທະຍາສາດ ສັງຄົມ ມະນຸດສາດ, ສົມທົບ​ກັບ​ສະ​ຖາ​ບັນ Konrad Adenauer Stiftung (KAS-ສະຫະພັນ​ເຢັຍລະ​ມັນ) ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ “ສື່​ມວນ​ຊົນ​ອາ​ຊຽນ: ບັນດາ​ແງ່​ມູມປຽບທຽບ“.

        ກອງ​ປະຊຸມ​ສຸມ​ໃສ່​​ໄຈ້​ແຍກ​ກ່ຽວ​ກັບສະ​ພາບ​ພັດທະນາ​ຂອງ​ສື່​ມວນ​ຊົນ ອາ​ຊຽນ, ກຳນົດ​ບັນດາ​ຈຸດ​ທີ່​ຄ້າຍຄື​ກັນ ​ແລະ ບັນດາ​ສີສັນ​ທີ່​ແຕກ​ຕ່າງ​ກັນ​ໂດຍ​ພື້ນຖານ ລະຫວ່າງ​ສື່​ມວນ​ຊົນ​ປະ​ເທດ​ຕ່າງໆ ກໍ່​ຄື​ວິ​ໄສ​ທັດ​ສື່​ມວນ​ຊົນ ອາ​ຊຽນ ​ເຖິງ​ປີ 2020.  ທ່ານ Bob Iskandar, ນັກ​ປາຖະ​ກະຖາ ອິນ​ໂດ​ເນ​ເຊຍ, ຜູ້ອຳນວຍການ ສະຫະພັນ​ສື່​ມວນ​ຊົນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ, ປະຈຸ​ບັນ​ສື່​ມວນ​ຊົນ ອາ​ຊຽນ ​ໄດ້​ມີ​ບັນດາ​ບາດກ້າວ​ດີ​ສົມຄວນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ ດີ​ຈີ​ຕອນ. ​ແຕ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ລວມ ​ເຊິ່ງ ສື່​ມວນ​ຊົນ ອາ​ຊຽ ນຕ້ອງ​ຜ່ານ​ຜ່າ, ​ເຊັ່ນ: ​ເຮັດ​ແນວ​ໃດ​ເພື່ອ​ກໍ່ສ້າງ​ຖັນ​ແຖວ​ຊັບພະຍາກອນ​ມະນຸດ​ວິຊາ​ສະ​ເພາະ, ທີ່​ມີ​ທັກ​ສະ, ​ບັນດາເນື້ອ​ໃນ​ລາຍການ​ຕ້ອງມີ​ຄວາມ​ດູດ​ດື່ມ ​ແລະ ມີ​ຄວາມ​ສາມາດ​ດ້ານ​ການ​ເງິນ ​ແລະ ການ​ລົງທຶນ​ເພື່ອ​ຜະລິດ​ລາຍການຕ່າງໆ​ໄດ້“.

        ສິ້ນ​ສຸດ​ກອງ​ປະຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ຂ່າວ ອາຊຽນ ຢືນຢັນ ຄວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ດ້ານ​ສື່​ມວນ​ຊົນ​ໃນ​ກຸ່ມ ອາ​ຊຽນ​ ໃຫ້​ໄດ້, ຮ່ວມ​ມື​ສື່ສານ​ກ່ຽວ​ກັບ​ການ​ພັດທະນາ​ຂອງ ອາ​ຊຽນ ​ເພື່ອ​ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ​ໃນ​ພາກ​ພື້ນ ​ແລະ ສົ່ງ​ເສີມ​ການ​ປະກອບສ່ວນ​ຂອງ​ປະ​ຊາຊົນ, ມຸ່ງ​ໄປ​ສູ່​ປະຊາ​ຄົມ ອາ​ຊຽນ ​ແຫ່ງ​ຄວາມ​ສາມັກຄີ, ພັດທະນາ ​ແລະ ວັດທະນາ​ຖາວອນ.

ຂ່າວ/ບົດ​ອື່ນ