ກອງປະຊຸມສຳມະນາວິທະຍາສາດ“ເຫດການອ່າວພາກເຫນືອແລະວິລະກຳບັ້ນຮົບທຳອິດ-50ປີຫວນຄືນຫລັງ”

ກອງປະຊຸມສຳມະນາວິທະຍາສາດ“ເຫດການອ່າວພາກເຫນືອແລະວິລະກຳບັ້ນຮົບທຳອິດ-50ປີຫວນຄືນຫລັງ” - ảnh 1
ກຳປັ່ນUSS Maddox ເຂົ້າອ່າວພາກເຫນືອ
ພາບເອກະສານ:kienthuc.net.vn


(vovworld)- ກອງ​ປະຊຸມ​ສຳ​ມະ​ນາດັ່ງກ່າວ​ດຳ​ເນີນ​ໄປ​ໃນ​ວັນ​ທີ 30/7 ຢູ່ ນະຄອນ ຫາຍ​ຟ່ອງ. ກອງ​ປະຊຸມ​ໄດ້​ດຶງ​ດູດ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ນາຍ​ພົນ, ນັກຮຽນ​ຮູ້, ນັກ​ຄົ້ນ​ຄ້ວາ​ການ​ທະຫານ​ທີ່​ສັງກັດ​ບັນດາ​ສະ​ຖາ​ບັນ​ຄົ້ນ​ຄ້ວາ, ວິທະຍາຄານ​ການ​ທະຫານ ​ແລະ ຜູ້ພະຍານ​​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ກູ້​ຊາດ​ເປັນ​ຈຳນວນ​ຫລວງຫລາຍ. ບັນດາ​ບົດ​ປະກອບ​ຄ​ຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ຊີ້​ແຈ້ງ​​​ໃຫ້​ເຫັນ​ກົນອຸບາຍ, ​ເລ​ລ່ຽມ ​ແລະ ​ທາດ​ແທ້​ກະຫາຍ​ສົງຄາມ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ ​ເມື່ອ​ສ້າງ​ເຫດການ​ອ່າວ​ພາກ​ເຫນືອ​ ​ເພື່ອ​ເປີດ​ກວ້າງ​ສົງຄາມດ້ວຍ​ກອງທັບ​ອາກາດ, ກອງທັບ​ເຮືອ ຕີ​ທຳລາຍ​ພາກ​ເຫນືອ​ຫວຽດນາມ ​ແລະ ສົ່ງ​ກຳລັງ​ທະຫານ​ເຂົ້າ​ພາກ​ໃຕ້​ຫວຽດນາມ. ບັນດາ​ບົດ​ປະກອບ​ຄຳ​ເຫັນ ​ໄດ້​ຢືນຢັນ​ການ​ຊີ້​ນຳ​ນຳພາ​ຢ່າງ​ຖືກຕ້ອງ ​ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ​ຂອງ​ພັກ ​ແລະ ຂອງປະທານ​ໂຮ່ຈີ​ມີນ​ໃນ​ການ​ຊີ້​ນຳ​ນຳພາ​ກອງທັບ ​ແລະ ປະຊາຊົນ​ພາກ​ເຫນືອ ກະກຽມ​ທຸກ​ດ້ານ​ເພື່ອ​ຕອບ​ໂຕ້​ບັນດາ​ການ​ກະທຳ​ເກາະ​ຜິດ ​ແລະ ການ​ຮຸກ​ຮານ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ