ກອງປະຊຸມສຳມະນາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ໂຕກຽວ

(VOVWORLD) - ວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ໂຕກຽວ,  ປະເທດ ຍີ່ປຸ່ນ, ສູນ ອາຊຽນ ຍີ່ປຸ່ນ (AJC) ໄດ້ສົມທົບກັບສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ໄລຍະທາງ 50 ປີມຸ່ງໄປເຖິງປະຊາຄົມ ອາຊຽນ”.
ກອງປະຊຸມສຳມະນາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ຢູ່ໂຕກຽວ - ảnh 1ກອງປະຊຸມສຳມະນາຢູ່ໂຕກຽວ 

ກ່າວຄຳເຫັນໄຂກອງປະຊຸມສຳມະນາ, ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ທັງເປັນປະທານປະຈຸບັນຂອງຄະນະກຳມະການ ອາຊຽນ ປະຈຳ ໂຕກຽວ ຖືວ່າ: ກອງປະຊຸມສຳມະນາຄັ້ງນີ້ ແມ່ນໜຶ່ງໃນບັນດາການເຄື່ອນໄຫວມີຄວາມໝາຍເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ (8/8/1967 -8/8/2017). ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ເນັ້ນໜັກວ່າ ປະຊາຄົມ ອາຊຽນ ພວມກາຍເປັນຮູບແບບການເຊື່ອມໂຍງພາກພື້ນບັນລຸຜົນສຳເລັດໃນທັງ 3 ຂົງເຂດຫຼັກແຫຼ່ງນັ້ນແມ່ນການເມືອງ ແລະ ຄວາມໝັ້ນຄົງພາກພື້ນ, ການເຊື່ອມໂຍງເສດຖະກິດ ແລະ ສ້າງລະບອບ. ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ຢືນຢັນວ່າ ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຍຸດທະສາດ ແລະ ສຳຄັນແຖວໜ້າຂອງ ອາຊຽນ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ໄຈ້ແຍກກ່ຽວກັບບັນດາຜົນສຳເລັດ, ບົດຮຽນທີ່ຖອດຖອນມາໄດ້ໃຫ້ ອາຊຽນ ກໍ່ຄືກ່ຽວກັບແງ່ຫວັງການພົວພັນພວມນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ