ກອງປະຊຸມສຳມະນາສາກົນ “ບົດບາດຂອງສັນຕິພາບໃນການຊຸກຍູ້, ປົກປ້ອງສິດທິມະນຸດ”

(VOVWORLD) - ກອງປະຊຸມໄດ້ຮັບການຈັດຕັ້ງເນື່ອງໃນໂອກາດວັນສັນຕິພາບໂລກ (21 ກັນຍາ), ໂດຍ ສປຊ ປຸກລະດົມຈັດຕັ້ງໃນວັນທີ 21 ກັນຍາ 1981 ແລະ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດໃນເດືອນກັນຍາ 1982. 
ກອງປະຊຸມສຳມະນາສາກົນ “ບົດບາດຂອງສັນຕິພາບໃນການຊຸກຍູ້, ປົກປ້ອງສິດທິມະນຸດ” - ảnh 1 ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ 

ກອງປະຊຸມສຳມະນາສາກົນ “ບົດບາດຂອງສັນຕິພາບໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ” ໂດຍຄະນະກຳມະການສັນຕິພາບ ຫວຽດນາມ (ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ສົມທົບກັບສະຖາບັນຄົ້ນຄ້ວາສິດທິມະນຸດ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ) ຈັດຕັ້ງໃນຕອນເຊົ້າວັນທີ 21 ກັນຍາ, ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ຮັບການຈັດຕັ້ງເນື່ອງໃນໂອກາດວັນສັນຕິພາບໂລກ (21 ກັນຍາ), ໂດຍ ສປຊ ປຸກລະດົມຈັດຕັ້ງໃນວັນທີ 21 ກັນຍາ 1981 ແລະ ໄດ້ຮັບການຈັດຕັ້ງເປັນຄັ້ງທຳອິດໃນເດືອນກັນຍາ 1982. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ ເນັ້ນໜັກວ່າ: ສິດທິມະນຸດໄດ້ ແລະ ພວມກາຍເປັນບັນຫາທົ່ວໂລກ, ການພົວພັນອັນໃຫຍ່ຫຼວງຂອງວົງຄະນະຍາດ, ແມ່ນຄວາມມຸ່ງມາດປາດຖະໜາລວມຂອງມະນຸດ, ແມ່ນໝາກຜົນແຫ່ງການຕໍ່ສູ້ຂອງມະນຸດຜ່ານຫຼາຍລຸ້ນຄົນ. ຢູ່ ຫວຽດນາມ, ສິດທິມະນຸດໄດ້ເນັ້ນໜັກ ແລະ ຮັບຮອງໃນເອກະສານນິຕິກຳຫຼາຍສະບັບ, ໃນນັ້ນມີລັດຖະທຳມະນູນປີ 2013. ທ່ານຮອງປະທານສະພາແຫ່ງຊາດ ຢືນຢັນວ່າ ຫວຽດນາມ ພວມດຳລົງຊີວິດໃນສັນຕິພາບ ແລະ ປາດຖະໜາຢາກມີສະພາບແວດລ້ອມສັນຕິພາບ, ສະຖຽນລະພາບແບບຍືນຍົງ ເພື່ອປະຕິບັດ 2 ໜ້າທີ່ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ດັ່ງນັ້ນ, ການຮັກສາ, ປົກປ້ອງສັນຕິພາບ, ຄວາມໝັ້ນຄົງແມ່ນຈຸດໝາຍຕົ້ນຕໍຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ