ກອງປະຊຸມສຳມະນາສາກົນ“ການພົວພັນລະຫວ່າງຫວຽດນາມ-ອາເມລິກາ”

ກອງປະຊຸມສຳມະນາສາກົນ“ການພົວພັນລະຫວ່າງຫວຽດນາມ-ອາເມລິກາ” - ảnh 1
ກອງ​ປະ​ຊ​ຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ
 ຫວຽດ​ນາມ ແລະ ອາ​ເມ​ລິ​ກາ
ພາບ:vov
(vovworld)-​ວັນ​ທີ 26/1 ຢູ່ ຮ່າ​ໂນ້ຍ, ​ວິ​ທະ​ຍາຄານ​ການ​ທູດ​ຫວຽດ​ນາມ  ສົມ​ທົບ​ກັບສະ​ຖ​ານ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽນາມ ແລະ ວິ​ທະ​ຍາ​ຄານ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ສຳ​ມະ​ນາ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ການ​ທູດ​ຂອງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ສຸມ​ໃສ່​ຕີ​ລາ​ຄ​າ​ບັນ​ດາ​ບົດ​ຮຽນ​ໃນ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ອາ​ເມ​ລ​ິ​ກາ ແລະ ຫວຽດ​ນາມ(1995-2015), ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ທ້າ​ທາຍ​ໃນ 20 ປີ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຮ່າ​ກີມງອກ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ຊົມ​ເຊີຍ​ບົດ​ບາດ​ອັນ​ໃຫຍ່​ຫລວງ​ຂອງ​ອາ​ເມ​ລິ​ກາ ໃນ​ພາກ​ພື້ນ. ທ່ານ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ຂອງ​ອາ​ເມ​ລິ​ກາ ຢູ່ ພາກ​ພື້ນອາ​ຊີ ປາ​ຊີ​ຟີກ ໄດ້​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ທຸກ​ຝ່າຍ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ຄວນ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາກ​ພື້ນ ເພື່ອ​ສາ​ມັກ​ຄີ ແລະ ເພີ່ມ​ທະ​ວີ​ກົນ​ໄກ​ພາກ​ພື້ນ ຊ່ວຍ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ Ted Osius, ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ ຢືນ​ຢັນ: ປີ 2015 ແມ່ນ​ໂອ​ກາດ​ພິ​ເສດ​ເພື່ອ​ໃຫ້​ສອງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ບັນ​ດາ​ຈຸດ​ໝາຍ​ໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ປີ 2013 ພ້ອມ​ທັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ປາ​ຊີ​ຟີກ TPP.
ຂ່າວ/ບົດ​ອື່ນ