ກອງປະຊຸມສຳມະນາສາກົນກ່ຽວກັບການຕ້ານຄວາມອຶດຫິວ ທຸກຍາກ

ກອງປະຊຸມສຳມະນາສາກົນກ່ຽວກັບການຕ້ານຄວາມອຶດຫິວ ທຸກຍາກ - ảnh 1
ຜູ້​ແທນ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຳ​ມະ​ນາ
(ພາບ: thoibaonganhang.vn)

(vovworld) - ​​ກອງ​ປະ​ຊຸມ​ສຳ​ມະ​ນາສາກົນກ່ຽວກັບການຕ້ານຄວາມອຶດຫິວທຸກຍາກ ​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/10, ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ຄູ​ອາ​ຈານ, ນັກ​ຄົ້ນ​ຄ້​ວາ​ທີ່​ມາ​ຈາກ​ບັນ​ດາ​ມະ​ຫາ​ວິ​ທະ​ຍ​ຍາ​ໄລ​ຂອງ​ບັນ​ດາ​ປະ​ເທດ​ຄື: ບັງ​ກະ​ລາ​ເທດ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟິ​ລິບ​ປິນ, ອີນ​ເດຍ, ໄທ ແລະ ຫວຽດ​ນາມ. ບັນ​ດາ​ບົດ​ລາຍ​ງານ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ໃຫ້​ຮູ້​ວ່າ: ເຖິງວ່າຫຼາຍ​ປະ​ເທດມ​ີ​ຜົນ​ງານດີ​ພໍ​ສົນ​ຄວນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດກໍ່ຕາມ, ແຕ່​ສະ​ພາບ​ທຸກ​ຍາກ​ອຶດ​ຫິວ​ຍັງ​ເປັນ​ໄພ​ນາບ​ຂູ່​ອັນ​ໃຫຍ່ຫຼວງ​ສຳ​ລັບ​ທົ່ວ​ໂລກ, ແມ່ນ​ສາຍ​ເຫດ​ພາ​ໄປ​ເຖິງ​ການ​ຂາດ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ ແລະ ໄພ​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ຄວາ​ມ​ສະ​ຫງົບ​ຂອງ​ໂລກ. ພິ​ເສດ, ພາຍຫຼັງ​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລ​ກ, ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ອັດ​ຕາ​ການ​ຫວ່າງ​ງານ​ສູງ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ອ່ອນ​ດ້ອຍ. ສະ​ເພາະ ຫວ​ຽດ​ນາມ, ໃນ 20 ປີ​ຜ່ານ​ມາ, ອັດ​ຕາ​ຜູ້​ທຸກ​ຍາກ​ແຕ່ 60% ໄດ່້ຫຼຸດລົງ​ເຫຼືອ​ພຽງ 10%. ພາ​ລະ​ກິດ​ຕ້ານ​ອຶດ​ຫິວ​ທຸກ​ຍາ​ກ​ພວມ​ໄດ້​ຮັບ​ກ​າ​ນ​ປະຕິບັດຈາກ​ລັດ​ຖະ​ບານ ຫວຽດ​ນາມ ຢ່າງ​ຂ້ຽວ​ຂາດ. ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ຊອກ​ຫາ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ຮາກ​ຖານ​ບຳ​ລຸງ​ສ້າງ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ລົງ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ, ສ້າງ​ບາດ​ກ້າວສຳຄັນໃຫ້​ແກ່​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການ​ເອ​ກະ​ຊົນ, ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ ລັດ​ຖະ​ບານ​ໃນ​ການ​ໜູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ຍຸດ​ທະ​ສາດ​ລົບ​ລ້າງ​ຄວາມ​ອຶດ​ຫິວ ຫລຸດ​ຜ່ອ​ນ​ຄວາມ​ທຸກ​ຍາກ​ໃນ​ປະ​ຈຸ​ບັນ.

 


ຂ່າວ/ບົດ​ອື່ນ