ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ ເຢຍລະມັນ

(VOVWORLD) - ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ ໄດ້ຈັດຕັ້ງຢູ່ສະຖາບັນ ອາຊີ - ອາຟຣິກາ ສັງກັດມະຫາວິທະຍາໄລ Hamburg ພາກເໜືອປະເທດ ເຢຍລະມັນ
ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ ເຢຍລະມັນ - ảnh 1 ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ ເຢຍລະມັນ (ພາບ: ຫວຽດນາມ +)

ວັນທີ 19 ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ສາດສະດາຈານ - ປາລິນຍາເອກ Thomas Engelbert ສັງກັດສະຖາບັນ ອາຊີ - ອາຟຣິກາ ເນັ້ນໜັກວ່າ: ບັນຫາຂັດແຍ້ງກັນຢູ່ທະເລຕາເວັນອອກ ແມ່ນຫົວເລື່ອງມີລັກສະນະສະຖານະການທົ່ວໂລກ, ດຶງດູດຄວາມສົນໃຈຈາກຫລາຍປະເທດໃນໂລກ. ເລື່ອງຈັດຕັ້ງກອງປະຊຸມສຳມະນາຄັ້ງນີ້ ປະກອບສ່ວນຊ່ວຍວົງການນັກຮຽນຮູ້, ບັນດານັກຄົ້ນຄວ້າ ແລະ ປະຊາຊົນ ເຢຍລະມັນ ມີຂໍ້ມູນຂ່າວ ຢ່າງພາວະວິໄສກ່ຽວກັບບັນຫາທະເລຕາເວັນອອກຕື່ມອີກ, ຜ່ານນັ້ນ ອາດຈະປະກອບຄຳເວົ້າສະໜັບສະໜູນຄວາມຈິງ, ຄວາມຈິງປະຫວັດສາດ ແລະ ກ່າວປະນາມບັນດາການກະທຳຜິດກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດ ແລະ ກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ແລະ ຄຳຕັດສິນຂອງສານອະນຸຍາໂຕຢູ່ La Hay.

ຕອບກັບ

ຂ່າວ/ບົດ​ອື່ນ