ກອງປະຊຸມສຳມະນາສາກົນຢູ່ໂປໂລຍແມ່ນສຸມໃສ່ບັນຫາທະເລຕາເວັນອອກ

(VOVWORLD) -ກອງປະຊຸມສຳມະນາສາກົນ: “ການພົບປະອາຊີຕາເວັນອອກ” ຄັ້ງທີ 13 (LEAM) ດ້ວຍຫົວຂໍ້ວ່າ “ບັນດາການປ່ຽນແປງສິດອຳນາດຢູ່ ອາຊີ ຕາເວັນອອກ: ແງ່ຫວັງການພົວພັນ ອາຊີ - ເອີລົບ” ຫາກໍ່ດຳເນີນໄປຢູ່ ນະຄອນ Lodz  ປະເທດ ໂປໂລຍ. 
 ກອງປະຊຸມສຳມະນາສາກົນຢູ່ໂປໂລຍແມ່ນສຸມໃສ່ບັນຫາທະເລຕາເວັນອອກ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ກອງປະຊຸມສຳມະນາ ໂດຍມີການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາມາຈາກ ໂປໂລຍ, ອັງກິດ, ເຢຍລະມັນ, ຮຸງກາຣີ, ລັດເຊຍ, ຈີນ, ຍີ່ປຸ່ນ, ອິນໂດເນເຊຍ.. ຈຸດພິເສດຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນຄັ້ງທຳອິດຈັດກອງປະຊຸມປືກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ ດ້ວຍຫົວຂໍ້ວ່າ: “ຄວາມຂັດແຍ້ງຢູ່ທະເລຕາເວັນອອກ ແລະ ຄວາມປອດໄພໃນການເດີນທະເລຢູ່ ອາຊີ” ໂດຍ ສາດສະດາຈານ, ປອ Malgorzata Pietrasiak, ຫົວຫນ້າຄະນະຈັດຕັ້ງ ກອງປະຊຸມສຳມະນາ ເປັນປະທານ.

ບັນດານັກຮຽນຮູ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ໄດ້ທົບທວນຄືນບັນດາການຜັນແປເປັນຫນ້າສົນໃຈໃນໄລຍະມໍ່ໆມານີ້ ຢູ່ ທະເລຕາເວັນອອກ. ຕາມບັນດານັກຮຽນຮູ້ແລ້ວ, ບັນດາການເຄື່ອນໄຫວຂອງຈີນ ຢູ່ ທະເລຕາເວັນອອກ ໄດ້ລະເມີດຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນ ຢູ່ ພາກພື້ນ ເຮັດໃຫ້ວິວັດການແກ້ໄຂຄວາມຂັດແຍ້ງສັບສົນຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ