ກອງປະຊຸມສຳມະນາຫວຽດນາມ-ຝລັ່ງກ່ຽວກັບເພີ່ມທະວີການສົ່ງເສີມດ້ານການຄ້າແລະການລົງທຶນ

ກອງປະຊຸມສຳມະນາຫວຽດນາມ-ຝລັ່ງກ່ຽວກັບເພີ່ມທະວີການສົ່ງເສີມດ້ານການຄ້າແລະການລົງທຶນ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຫວຽດ​ນາມ-ຝ​ລັ່ງ​​ກ່ຽວ​ກັບ
ເພີ່ມ​ທ​ະ​ວີ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ
(ພາບປະ​ກອບ: TTXVN)

(vovworld) - ເພື່ອ​ໂຄ​ສະ​ນາ ແລະ ສ້າງ​ເຄື່ອງໝາຍ​ການ​ຄ້າ​ຫວຽດ​ນາມ, ເຊື່ອມ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກັບ​ວິ​ສາ​ຫະ​ກິດ​ຝ​ລັ່ງ, ເປີດກວ້າງ​ຕະ​ຫຼາດ​ສົ່ງ​ອອກ, ໂດຍ​ສະ​ເພາະ​ແມ່ນ​ຜະ​ລິດ​ຕະ​ພັນ​​ເສດ​ປຸງ​ແຕ່ງ​ຂອງ​ຫວຽດ​ນາມ, ຮຽກ​ຮ້ອງ​ການ​ຮ່ວມ​ມື​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາວ​ິ​ສາ​ຫະ​ກິດ​ຝ​ລັ່ງ… ນັ້ນ​ແມ່ນ​​ຈຸດ​​ປະ​ສົງ​ຕົ້ນ​ຕໍຂອງກອ​ງ​ປະ​ຊຸ​ມ​ສຳ​ມະ​ນາ​ຫວຽດ​ນາມ - ຝ​ລັ່ງ ເຊິ່​ງ​​ດຳ​ເນີນ​ໃນ​ວັນ​ທີ 20/10, ຢູ່​ນຳ​ນັກ​ງານບໍ​ລິ​ຫານ​ນະ​ຄອນ​ປາ​ຣີ, ປະ​ເທດ​ຝ​ລັ່ງ. ກອງ​ປະ​ຊຸມ​ສ​ຳ​ມະ​ນາ “​ກາ​ລະ​ໂອ​ກາດເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຝ​ລັ່ງ ໃນ​ຂອບ​ເຂດ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EU)” ໂດຍ​ກະ​ຊວງ​ອຸດ​ສາ​ຫະ​ກຳ, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ສົມ​ທົບ​ກັບ​ອົງ​ການ​​ພັດ​ທະ​ນາການ​ຄ້າ​ຝ​ລັ່ງ, ອຳ​ນາດ​ກາ​ນ​ປົກ​ຄອງ​ນະ​ຄອນ​ປາ​ຣີ ແລະ ບາງ​ຄູ່​ຮ່ວມ​ມື​ອື່ນ​ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທີ່​ປຶກ​ສາ​ດ້ານ​ການ​ຄ້າ​ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ທ່ານ​ນາງ ຫວ​ຽນ​ກີນ​ແອງ ເນັ້ນ​ໜັກ​ວ່າ.

        “ປີ 2016, ເປັນ​ຂີດ​ໝາຍ​ສຳ​ຄັນ​ສຳ​ລັບ​ບັນ​ດາ​ເຫດ​ການ​ໃຫຍ່​: ເປີດ​ສາກ​ແມ່ນກອງ​ປະ​ຊຸມ​ສຳ​ມະ​ນາ​ຫວຽດ​ນາມ ຢູ່​ສະ​ພາ​ສ​ູງ​ຝ​ລັ່ງ; ກອງ​ປະ​ຊຸມ​ສຳ​ມະ​ນາ ແລະ ສັບ​ປະ​ດາ​​ສິນ​ຄ້າຫວຽດ​ນາມ ຢ​ູ່ Lyon ແລະ ພິ​ເສດ​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ ໃນ​ຕົ້ນ​ເດືອນ 09. ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ທີ່ສັນ​ຍາ EVFTA ໃກ້ຈະ​ໄດ້​ຮັບ​ການ​ລົງ​ນາມ ແລະ ມີ​ຜົນ​ສັກ​ສິດ ນີ້ແມ່ນ​ບາດ​ກ້າວ​ຫັນບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ຂອງ​ການ​ນຳ 2 ປະ​ເທດ​ເປັນ​​ລະ​ອຽດ ແລະ ກໍ່​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ 2 ປະ​ເທດ”.

ຂ່າວ/ບົດ​ອື່ນ