ກອງປະຊຸມສຳມະນາເລີ່ມດຳເນີນການເຄື່ອນໄຫວຕ່າງໆຂອງປີ APEC 2017

ກອງປະຊຸມສຳມະນາເລີ່ມດຳເນີນການເຄື່ອນໄຫວຕ່າງໆຂອງປີ APEC 2017 - ảnh 1
ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​
ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ

(vovworld) - ກອງ​ປະຊຸມ​ສຳ​ມະ​ນາ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 8/12, ຢູ່ ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ນັກ​ການ​ເມືອງ, ນັກຮຽນ​ຮູ້​ຂອງ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ APEC, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ກອງ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ລາຍການ​ດຳ​ເນີນ​ງານ​ຂອງ​ປີ APEC 2017, ​ໃນ​ນັ້ນ​ມີ 4 ກຸ່ມ​ເນື້ອ​ໃນ​ຕົ້ນຕໍ​ເຊັ່ນ: ຍູ້​ແຮງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ, ທົ່ວ​ໄປ ​ແລະ ປະດິດ​ສ້າງ; ບົດບາດ​ກຸນ​ແຈ​ຂອງ APEC ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ; ​ເພີ່ມ​ທະວີຄວາມ​ສາມາດ​ແກ່ງ​ແຍ້​ງຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ສະຫັດ​ຕະວັດ​ດີ​ຈີ​ຕອນຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ; ​ເພີ່ມ​ທະວີ​ຄຳ້ປະກັນ​ຄວາມ​ໝັ້ນຄົງດ້ານ​ສະບຽງ​ອາ​ຫານ ​ແລະ ກະສິກຳ​, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ APEC 2017, ​ເນັ້ນ​ໜັກ​ວ່າ:

  “ພວກ​ເຮົາ​ຕ້ອງ​ເຮັດ​ວຽກ​ຢ່າງ​ຕັ້ງໜ້າ​ກວ່າ​ອີກ​ເພື່ອ​ປັບປຸງ​ໂຄງ​ປະກອບ, ຊຸກຍູ້​ການ​ເຕີບ​ໂຕ​ໃຫ້​ມີ​ຄຸນ​ນະພາ​ບ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ​ເພີ່ມ​ຄຸນ​ຄ່າ​ທົ່ວ​ໂລກ ​ແລະ ຫັນ​ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ​ເປັນ​ເສລີ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ກໍ່ສ້າງ​ແຫຼ່ງກຳລັງ. ພວກ​ເຮົາ​ຄວນ​ຮັກສາ​ບັນດາ​ຄຳ​ໝັ້ນ​ສັນຍາ​ສະໜັບສະໜູນ​ໃຫ້​ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຢ່າງ​ແຮງ. APEC ຄວນ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ໜ້າ​ທີ່ ​ແລະ ທ່ວງທັນ​ກັບ​ເວລາ​ເພື່ອ​ຮ່ວມ​ມື​ພັດທະນາ. ກາລະ​ໂອກາດ​ເພື່ອ​ຮ່ວມ​ມື​ກັບ APEC  ​ແມ່ນ​ຜົນ​ປະ​ໂຫຍ​ດ​ເຊິ່ງພື້ນຖານ​ເສດຖະກິດສະມາຊິກ​ຂອງ APEC ​ທັງ​ໝົດຈະ​ໄດ້​ຊົມ​ໃຊ້. ຂ້າພະ​ເຈົ້າ​ຫວັງ​ວ່າ, ພວກ​ເຮົາ​ອາດ​ຈະ​ສ້າງ​ຜົນງານ​ໃນ​ປີ APEC  2017 ​ເພື່ອ​ໃຫ້​ເວທີ​ປາ​ໄສ​ນີ້​ສາມາ​ດ​ສ້າງເປັນກຳລັງ​ຊຸກຍູ້​ໃນ​ການ​ຮ່ວມ​ມື ​ແລະ ຮັກສາ​ບົດບາດນຳ​ພາ“.

ຂ່າວ/ບົດ​ອື່ນ