ກອງປະຊຸມສຳມະນາແນະນຳບົດລາຍງານດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ 2017

(VOVWORLD) -ຕາມການປະກາດບົດລາຍງານກ່ຽວກັບການຈັດອັນດັບ ດັດຊະນີການປ່ຽນແປງໃໝ່ຢ່າງຫົວຄິດປະດິດສ້າງທົ່ວໂລກປີ 2017, ຫວຽດນາມຖືກຈັດອັນດັບ 47 ໃນຈຳນວນ 127 ປະເທດ ແລະ ພື້ນຖານເສດຖະກິດ
ກອງປະຊຸມສຳມະນາແນະນຳບົດລາຍງານດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ 2017 - ảnh 1 ກອງປະຊຸມສຳມະນາແນະນຳບົດລາຍງານດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງທົ່ວໂລກ 2017

ຕາມການປະກາດບົດລາຍງານກ່ຽວກັບການຈັດອັນດັບ ດັດຊະນີການປ່ຽນແປງໃໝ່ຢ່າງຫົວຄິດປະດິດສ້າງທົ່ວໂລກປີ 2017, ຫວຽດນາມຖືກຈັດອັນດັບ 47 ໃນຈຳນວນ 127 ປະເທດ ແລະ ພື້ນຖານເສດຖະກິດ, ເລື່ອນຂຶ້ນ 12 ຂັ້ນເມື່ອທຽບໃສ່ປີ 2016. ນີ້ແມ່ນອັນດັບສູງສຸດຊຶ່ງຫວຽດນາມບໍ່ເຄີຍບັນລຸມາໄດ້. ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເຈີນກ໋ວກແຄ້ງ ໄດ້ໃຫ້ຮູ້ຄືດັ່ງກ່າວທີ່ ກອງປະຊຸມສຳມະນາແນະນຳບົດລາຍງານດັດຊະນີການປ່ຽນແປງໃໝ່ຢ່າງຫົວຄິດປະດິດສ້າງທົ່ວໂລກ 2017 ຊຶ່ງຖືກຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 13/7. ທ່ານ Sacha Wunsch – Vincent ຜູ້ຊ່ຽວຊານລະດັບສູງຂອງອົງການ WIPO ໄດ້ຕີລາຄາວ່າ ບັນລຸໄດ້ຜົນງານດັ່ງກ່າວ ແມ່ນຕ້ອງມີຄວາມພະຍາຍາມຂອງທັງລະບົບການເມືອງ, ພິເສດແມ່ນການຊີ້ນຳ, ບໍລິຫານມະຫາພາກຂອງລັດຖະບານ, ນາຍົກລັດຖະມົນຕີຫວຽດນາມ ເພື່ອປົວແປງລະບອບລະບຽບການ, ສະພາບແວດລ້ອມການລົງທຶນ, ການດຳເນີນທຸລະກິດ…

ຕອບກັບ

ຂ່າວ/ບົດ​ອື່ນ