ກອງປະຊຸມສຳມະນາໂຕະມົນກ່ຽວກັບການພົວພັນອິນເດຍ-ຫວຽດນາມຢູ່ນິວເດລີ

ກອງປະຊຸມສຳມະນາໂຕະມົນກ່ຽວກັບການພົວພັນອິນເດຍ-ຫວຽດນາມຢູ່ນິວເດລີ - ảnh 1
ກອງ​ປະ​ຊຸມ​ໂຕະ​ມົນ​ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື ອິນ​ເດຍ - ຫວຽດ​ນາມ ໃນ ອາ​ຊີ ພວມ​ພົ້ນ​ເດັ່ນ”
(ພາບ: Đăng Chính:/Vietnam+)

(vovworld) - ກອງ​ປະ​ຊຸມ​ໂຕະ​ມົນ​ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື ອິນ​ເດຍ - ຫວຽດ​ນາມ ໃນ ອາ​ຊີ ພວມ​ພົ້ນ​ເດັ່ນ” ໂດຍ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ Pahle India Foundation (PIF) ຈ​ັດ​ຕັ້ງ, ດຳ​ເນີນ​ໃນ​ວັນ​ທີ 20/10, ຢູ່​ນະ​ຄອນຫຼວງ ນິວ​ເດ​ລີ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສ​ຳ​ມະ​ນາ, ດ​ຣ Rajiv Kumar, ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ PIF, ເນັ້ນ​ໜັກ​ເຖິງ​ກຳ​ລັງ​ໜ​ູນ​ຂອງ ອິ​ນ​ເດຍ ໃນ​ນະ​ໂຍ​ບາຍ “ມຸ່ງ​ໄປ​​ສູ່ທິດ​ຕາ​ເວັນ​ອອກ” ພ້ອມ​ກັບ​ການ​ຮ່ວມ​ມື​ນັບ​ມື້​ນັບ​ສະ​ໜິດ​ແໜ້ນ​ຂອງ ຫວຽດ​ນາມ ກັບ ອິນ​ເດຍ ພວມນ​ຳ​ມາ​ເຊິ່ງ​ບັນ​ດາ​ໝາກ​ຜົນ​ອັ​ນ​ດີ​ງາມ. ປະ​ຈຸ​ບັນ, ອິນ​ເດຍ ພວມນອນ​ໃນ​ກຸ່ມ 10 ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ ຫວຽດ​ນາມ, ໃນ​ນັ້ນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ພາກ​ພື້ນ​ສ​ຳ​ຄັນ​ຂອງ ອິ​ນ​ເດຍ ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ​ຄາດ​ວ່າ, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດຈະ​ບັນ​ລຸ 15 ຕື້ USD ໃນ​ປີ 2020. ໃນ​ຂະ​ນະ​ນັ້ນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອິນ​ເດຍ Anil Wadhwa ກໍ່​ເນ​ັ້ນ​ໜັກ​ວ່າ: ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງບໍ່​ທັນ​ໄດ້​ຂຸດ​ຄົ້ນ​ເທື່ອ. ປະ​ຈຸ​ບັນ, ອິນ​ເດຍ ສົນ​ໃຈ​ການ​ລົງ​ທຶນ​ເຂົ້າ​ບັນ​ດາ​ຂົງ​ເຂດນ້ຳ​ມັນ - ອາຍ​ແກັດ, ການ​ຢາ​, ໄຟ​ຟ້າ​ໃຊ້​ກຳ​ລັງ​ຄວາມ​ຮ້ອນ, ການ​ບິນ​ຢູ່ ຫວ​ຽດ​ນາມ. ທ່ານ​ນາງຮອງ​ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ - ຖະ​ແຫຼງ​ຂ່າວ ຫວຽດ​ນາມ ​ຫງວຽນ​ທິ​ເຟືອງ​ຖາວ ແລະ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ເດຍ ຟ້າມ​ສີ​ຕາມ ເນັ້ນ​ໜັກ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ສຳ​ລັບ​ນະ​ໂຍ​ບາຍ “ມຸ່ງ​ໄປ​​ສູ່ທິດ​ຕາ​ເວັນ​ອອກ”.



ຂ່າວ/ບົດ​ອື່ນ