ກອງປະຊຸມຫນັງສືພິມວັນນະສິນທົ່ວປະເທດ

ກອງປະຊຸມຫນັງສືພິມວັນນະສິນທົ່ວປະເທດ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
ພາບ:internet


(vovworld)- ວັນ​ທີ 22/8, ຢູ່ ​​ແຂວງ ​ເຫ​ງ້ອານ, ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ​ຫວຽດນາມ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ສະພາ​ທິດ​ສະ​ດີ​ວິຈານ​ວັນນະຄະດີ​ສິລະ​ປະ​ສູນ​ກາງ ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ຫນັງສືພິມ​ວັນນະສີນທົ່ວ​ປະ​ເທດ​ປີ 2014. ​ເຂົ້າ​ຮ່ວມ ມີ​ການ​ນຳ​ບາງ​ກະຊວງ, ຂະ​ແຫນງ​ການ​ສູນ​ກາງ, ສະມາຄົມ​ນັກ​ຂ່າວ ຫວຽດນາມ, ສະມາຄົມ​ວັນນະຄະດີ​ສິລະ​ປະ​ສູນ​ກາງ, ບັນນາທິການ​ອົງການ​ຫນັງສືພິມ​ວັນນະຄະດີ, ​ໂທລະພາບ, ວິທະຍຸ​​ໃນ​ທົ່ວ​ປະ​ເທດ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ ​ໄດ້​ສະ​ເຫ​ນີບັນດາ​ມາດ​ຕະການ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ຫນັງສືພິມ​ວັນນະຄະດີ, ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຝືກອົບຮົມ, ບຳລຸງ​ຖັນ​ແຖວ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ວັນນະ​ຄະ​ດີສີລະປະ.

ຂ່າວ/ບົດ​ອື່ນ