ກອງປະຊຸມອະທິການ ບໍດີບັນດາມະຫາ ວິທະຍາໄລຫວຽດນາມ- ຮຸງກາຣີຄັ້ງທີ 1


ກອງປະຊຸມອະທິການ ບໍດີບັນດາມະຫາ ວິທະຍາໄລຫວຽດນາມ- ຮຸງກາຣີຄັ້ງທີ 1 - ảnh 1

(ພາບ: TTXVN)

 (vovworld)-​ ວັນ​ທີ 27/11 ຢູ່​ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ສົມທົບ​ກັບ​ກະຊວງ​ແຫຼ່ງຊັບພະຍາກອນ​ມະນຸດ​ຮຸງ​ກາຣີ ຈັດ​ກອງ​ປະຊຸມ​ອະທິການ​ບໍດີ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ-​ຮຸງ​ກາຣີ ຄັ້ງທີ 1. ​ເຂົ້າຮ່ວມ​ກອງ​ປະຊຸມ​ມີ​ທ່ານ Ader Janos ປະທານາທິບໍດີ​ປະ​ເທດ ສ.ຮຸງ​ການຣີ; ທ່ານ​ຟ້າມຫວູ້ລວ້ນ ລັດຖະມົນຕີວ່າການ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດ​ພາຍຫຼັງ​ການ​ປະຊຸມ​ກຸ່ມ​ປະຕິບັດ​ວຽກ​ງານ​ລວມກ່ຽວ​ກັບ​ດ້ານ​ການ​ສຶກສາລະ​ຫວ່າງ ຫວຽດນາມ-​ຮຸງ​ກາຣີ ປີ 2013 ຢູ່ຮຸງ​ກາຣີ ​ແລະ ການ​ປະຊຸມ​ກ່ຽວ​ກັບ​ການ​ສຶກສາ, ບຳລຸງ​ສ້າງ ​ແລະ ສອນ​ວິຊາ​ຊີບ ຈັດ​ຂຶ້ນ​ເມື່ອ​ເດືອນ 2/2014 ຢູ່​ຮ່າ​ໂນ້ຍ.

   ທີ່​ກອງ​ປະຊຸມ, ສອງ​ຝ່າຍ​ສຸມ​ໃສ່​ແລກປ່ຽນ, ​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ລະບົບ​ການ​ສຶກສາຂັ້ນມະຫາວິທະຍາ​ໄລ-​ການຄົ້ນຄ້ວາ, ບັນດາ​ໂຄງການ​ທຶນ​ສຶກສາ​ຂອງ​ລັດຖະບານ ກໍ່​ຄື​ການ​ບຸລິມະສິດ​ນະ​ໂຍບາຍ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ອະນາຄົດ, ຊຸກຍູ້​ບັນດາ​ການ​ພົວພັນ​ລະຫວ່າງ​ຮາກ​ຖານ​ບຳລຸງ​ສ້າງ​ຂອງ​ສອງ​ຝ່າຍ​ຢູ່​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ຄື: ສາທາລະນະ​ສຸກ, ກະສິກຳ, ພະລັງງານປະລະມານູ, ນ້ຳ, ການ​ບຳລຸງ​ສ້າງ​ເໜືອ​ມະຫາ./.

ຂ່າວ/ບົດ​ອື່ນ