ກອງປະຊຸມຮ່ວມຂອງ ຄະນະຊີ້ນຳເຂດ ໄຕບັກ,ໄຕງວຽນ ແລະທາງທິດຕາເວັນຕົກ ພາກໃຕ້


 ກອງປະຊຸມຮ່ວມຂອງ ຄະນະຊີ້ນຳເຂດ ໄຕບັກ,ໄຕງວຽນ ແລະທາງທິດຕາເວັນຕົກ ພາກໃຕ້ - ảnh 1

(ພາບ: VGP/Lê Sơn)

(vovworld)- ​ ວັນ​ທີ 8/11, ຢູ່​ແຂວງ​ອຽນ​ບາຍ, ຄະນະ​ຊິ້ນຳ​ເຂດ​ໄຕ​ບັກ (ໝາຍ​ເຖິງ​ເຂດ​ຕາວັນ​ຕົກ​ສ່ຽວ​ເໜືອ), ​ໄຕ​ງວຽນ ​ແລະ ທາງ​ທິດຕາ​ເວ​ນຕົກ​ພາ​ກໃຕ້ ​ໄດ​້ຈັດການ​ປະຊຸມ​ຮ່ວມປີ 2014 ​ແນ​ໃສ່​ຕີ​ລາຄາ​ສະພາບ​ປະຕິບັດ​ໜ້າ​ທີ່​ຂອງ​ທັງ 3 ຄະນະ​ຊີ້​ນຳ, ວາງ​ອອກ​ທິດ​ທາງ​ໜ້າ​ທີ່​ໃນ​ໄລຍະ​ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກ​ສາ​ຫາລືບັນດາ​ບົດຮຽນ​ໃນ​ວຽກ​ງານ​ຕໍ່ສູ້​ກັບ​ການ​ໂຄສະນາ, ​ເຄື່ອນ​ໄຫວ​ດ້ານສາສະໜາ​ທີ່ຜິດ​ກົດໝາຍ; ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກ​ສວຍ​ໃຊ້​ສາສະໜາ, ການ​ເຫຼື້ອມ​ໃສ​ເພື່ອ​ແນ​ໃສ່​ແບ່ງ​ແຍກ​ປະຊາຊົນ​ກັບ​ພັກ, ລັດ, ກໍ່​ຄວາມ​ຂັດ​ແຍ້​ງທາງ​ສັງຄົມ. ສ້າງ​ລະບົບ​ການ​ເມື​ອງຂັ້ນຮາກ​ຖານ​ໃຫ້ໝັ້ນຄົງ​ເຂັ້ມ​ແຂງ, ​ແກ້​ໄຂ​ບັນດາ​ບັນຫາ​ຍົກຍ້າຍ​ຂອງ​ປະຊາຊົນ​ຕິດ​ພັນກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ສາສະໜາ ​ແລະ ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທົງ​ຊາດ.

   ທ່ານ​ເຈືອງຊວນ​ກື່ ຮອງ​ຫົວໜ້າ​ຄະນະຮັບຜິດ​ຊອບ​ຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ ​ໃຫ້​ຮູ​້້ວ່າ , ພາຍຫຼັງ​ກອງ​ປະຊຸມ​ຮ່ວມ​ຂອງ 3 ຄະນະ​ຊີ້ນ​ຳ ​ເມື່ອ​ວັນ​ທີ 14/9/2013, ທັງ 3 ຄະນະ ສືບ​ຕໍ່​ເພີ່ມ​ທະວີ​ວຽກ​ງານ​ຊີ້​ນຳ, ກວດກາ, ຊຸກຍູ້​ການ​ປະຕິບັດ​ບັນດາ​ມະຕິ​, ຄຳ​ສັ່ງ, ຂໍ້​ສະຫລຸບ, ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ ​ແລະ ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​ຊົນ​ເຜົ່າ, ສາສະໜາ ​ແລະ ການ​ກໍ່ສ້າງ​ລະບົບ​ການ​ເມືອງ./.

ຂ່າວ/ບົດ​ອື່ນ