ກອງປະຊຸມຮ່ວມມືຮັກສາຄວາມສະຫງົບແລະຕ້ານອາດຊະຍາກຳຫວຽດນາມ-ລາວ

ກອງປະຊຸມຮ່ວມມືຮັກສາຄວາມສະຫງົບແລະຕ້ານອາດຊະຍາກຳຫວຽດນາມ-ລາວ - ảnh 1
(ກອງປະຊຸມຮ່ວມມືຮັກສາຄວາມສະຫງົບ
ແລະຕ້ານອາດຊະຍາກຳຫວຽດນາມ-ລາວ)


​(vovworld) - ຕອນ​ເຊົ້າ​ວັນ​ທີ 26/06, ຢູ່​ນະຄອນຫຼວງວຽງ​ຈັນ, ກອງປະຊຸມ​ຮ່ວມ​ມື​ຮັກສາ​ຄວາມ​ສະຫງົບ​ແລະ​ຕ້ານ​ອາດ​ຊະ​ຍາ​ກຳ​ຫວຽດນາມ - ລາວ ຖືກ​ດຳ​ເນີນ​ໄປ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ພົນ​ໂທ ​ໂຕ​​ເລີມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລະ ພົນ​ຈັດຕະວາ ກົງ​ທອງ ພົງ​ວິ​ຈິດ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະ​ຊ້ວງປ້ອງກັນ​ຄວາ​ມສະຫງົບ​ລາວ. ​​ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ສຸມ​ໃສ່ຕີ​ລາຄາ​ສະພາບ​ການ​ປ້ອງ​ກັນຄວາມ​ສະຫງົບ ​ແລະ ຮັກສາຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຂອງ​ແຕ່ລະ​ປະ​ເທດ, ຕີ​ລາຄາໝາກຜົນ​ການປະຕິບັດ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງກົມ​ໃຫຍ່​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ກົມ​ໃຫຍ່​ຕຳຫຼວດຂອງ 2 ປະ​ເທດໃນ​ຕະຫຼອດ 1 ປີທີ່ຜ່ານມາ; ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມ​າດຕະການ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດທີ່​ກ່ຽວ​ຂ້ອງ​ເຖິງ 2 ປະ​ເທດ, ພ້ອ​ມທັງ​ປຶກສາ​ຫາ​ລື ​ແລະ ​ເປັນ​ເອກະ​ພາບ​ນຳ​ກັນ​ແຜນ​ການ​ຮ່ວມ​ມື​​ໃໝ່​ໃນ​ປີ 2016.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ​ພົນ​ໂທ ​ໂຕ​​ເລີມ ສະ​ເໜີ​ໃຫ້​ກຳລັງ​ຕະຫຼວດ 2 ປະ​ເທດ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊ່ວຍ​​ເຫຼືອ​ເຊິ່ງກັນ ​ແລະ ກັນ ຍົກ​ສູງ​ລະ​ດັບ​ວິຊາ​ສະ​ເພາະ​ໃຫ້​ພະນັກງານ, ນັກຮົບ, ຜູ້​ຕໍ່ສູ້​ກັບ​ບັນດາ​ອາດຊະຍາ​ກຳ​ໂດຍກົງ…

      ສ່ວນ​ພົນ​ຈັດຕະວາ ກົງ​ທອງ ພົງ​ວິ​ຈິດ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົບ​ປະ ​ແລະ ​ແລກປ່ຽນ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ຊ່ວຍຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງກຳ​ລັງ​ຕຳ​ຫຼວດ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ ​ເວົ້າ​ລວມອີກ​ດ້ວຍ.

ຂ່າວ/ບົດ​ອື່ນ