ກອງປະຊຸມຮອບທີ 8 ກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກວາຕິກັງ

(VOVWORLD) - ໃນລະຫວ່າງວັນທີ 21 – 22 ສິງຫາ, ຢູ່ສຳນັກວາຕິກັງ ໄດ້ດຳເນີນກອງປະຊຸມຮອບທີ 8 ກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກວາຕິກັງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ຫົວໜ້າຄະນະຜູ້ແທນ ຫວຽດນາມ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ Antoine Camilleri ຫົວໜ້າຄະນະຜູ້ແທນສຳນັກ ວາຕິກັງ ເປັນປະທານຮ່ວມກອງປະຊຸມ.
ກອງປະຊຸມຮອບທີ 8 ກຸ່ມປະຕິບັດງານປະສົມ ຫວຽດນາມ - ສຳນັກວາຕິກັງ - ảnh 1 ສຳນັກວາຕິກັງ  (ພາບ:CNN)

        ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ວາຕິກັງ ຢ່າງເລິກເຊິ່ງກ້ວາງຂວາງ, ໃນນັ້ນ ມີບັນດາບັນຫາທີ່ກ່ຽວຂ້ອງເຖິງສະມາຄົມສາສະໜາກາໂຕລິກ ຫວຽດນາມ. 2 ຝ່າຍໄດ້ຕີລາຄາການພົວພັນ ຫວຽດນາມ ແລະ ວາຕິກັງ ໃນໄລຍະຜ່ານມາ ສືບຕໍ່ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ. 2 ຝ່າຍໄດ້ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຢູ່ບັນດາເຂດຊາວຄຼິດ, ເຫັນດີເປັນເອກະພາບຕໍ່ບັນດາມາດຕະການ ເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ວາຕິກັງ ໃນໄລຍະຈະມາເຖິງ. 2 ຝ່າຍກໍ່ຊິີ້ແຈ້ງວ່າ ຈະສືບຕໍ່ຈິດໃຈພົບປະເຈລະຈາບົນພື້ນຖານເຄົາລົບບັນດາຫຼັກການພົວພັນທີ່ໄດ້ເຫັນດີເປັນເອກະພາບ, ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການພົບປະທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ.

        ໃນໄລຍະຢູ່ ວາຕິກັງ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບສັນທະປະປາ Francis, ນາຍົກລັດຖະມົນຕີສຳນັກ ວາຕິກັງ Pietro Parolin ແລະ ທ່ານລັດຖະມົນຕີການຕ່າງປະເທດ Paul Gallagher ຕາມພິທີການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ