ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດອາຊຽນ

(VOVWORLD) -ຕອນເຊົ້າວັນທີ 26 ເມສາ, ຢູ່ຮ້າໂນ້ຍ, ກະຊວງຕຳຫຼວດຫວຽດນາມໄດ້ຈັດຕັ້ງກອງປະຊຸມເຈົ້າໜ້າທີີ່ຂັ້ນສູງຄັ້ງທີ 8 ສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດອາຊຽນ.
ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດອາຊຽນ - ảnh 1ກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄັ້ງທີ 8 ສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດອາຊຽນ - ảnh 2ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: anninhthudo.vn)

ນີ້ແມ່ນຄັ້ງທີ 2 ທີ່ກະຊວງຕຳຫຼວດຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມດັ່ງກ່າວຢູ່ຫວຽດນາມ ແລະ ແມ່ນຄັ້ງທຳອິດກອງປະຊຸມໄດ້ຈັດຕັ້ງຂຶ້ນ ນັບແຕ່ເມື່ອປະຊາຄົມອາຊຽນໄດ້ສ້າງຕັ້ງຢ່າງເປັນທາງການ (31 ທັນວາ 2015).

        ກອງປະຊຸມໄດ້ດຳເນີນມາເປັນເວລາສອງວັນ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງບົດລາຍງານຂອງ 10 ປະເທດສະມາຊິກອາຊຽນ ກ່ຽວກັບໝາກຜົນການປະຕິບັດສັນຍາ ພາຍຫຼັງກອງປະຊຸມຄັ້ງທີ 7 ຜ່ານມາ (ປີ 2014); ປຶກສາຫາລືກ່ຽວກັບການຍົກສູງບົດບາດຂອງບັນດາອົງການຈັດຈັ້ງສູນກາງ ແລະ ເພີ່ມທະວີການປະຕິບັດສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດສະມາຊິກອາຊຽນ; ບັນຫາກ່ຽວຂ້ອງເຖິງການສັດຕະຍາບັນ ແລະ ການປະຕິບັດສັນຍາໜູນຊ່ວຍຕຸລາການກ່ຽວກັບຄະດີອາຍາລະຫວ່າງບັນດາປະເທດສະມາຊິກອາຊຽນ. ນອກຈາກນັ້ນ, ກອງປະຊຸມຍັງປຶກສາຫາລືກ່ຽວກັບການຍົກລະດັບສັນຍາໃຫ້ກາຍເປັນເອກະສານທາງການຂອງອາຊຽນ; ພິຈາລະນາການສະເໜີຢາກເຂົ້າຮ່ວມສັນຍາຂອງ ສ.ກາຊັກສະຖານ; ເອກະພາບເວລາ ແລະສະຖານທີ່ຈັດຕັ້ງກອງປະຊຸມຄັ້ງທີ 9 ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ