ກອງປະຊຸມເຈົ້າໜ້າທີ່ຂັ້ນສູງສາກົນຂະແໜງປ້ອງກັນຄວາມສະຫງົບ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງສາກົນຂະແໜງປ້ອງກັນຄວາມສະຫງົບ - ảnh 1
ກອງ​ປະ​ຊຸມ​ສາ​ກົນ​ ຄັ້ງ​ທີ 7 ບັນ​ດາ​ເຈົ້າ​ໜ້າ​ທີ່​
ຂັ້ນ​ສູງ ຂະ​ແ​ໜງປ້​ອງ​ກັນ​ຄວາມ​ສະ​ຫງົບ
(ພາບ: vietnam+)

(vovworld) –​ ​ໃນ​ວັນ 24-25/5, ກອງ​ປະ​ຊຸມ​ສາ​ກົນ​ ຄັ້ງ​ທີ 7 ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ຂະ​ແ​ໜງປ້​ອງ​ກັນ​ຄວາມ​ສະ​ຫງົບ ໄດ້ດຳ​ເນີນ ຢູ່​ເມືອງ​ເອກ Groznyi ຂອງ​ສາ​ທາ​ລະ​ນະ​ລັດ Chechnya ຂື້ນ​ກັບ​ສະ​ຫະ​ພັນ​ລັດ​ເຊຍ. ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ມີ​ບັນ​ດາ ເຈົ້າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ ​ທີ່ມາ​ຈາກ 70 ກວ່າ​ປະ​ເທດ​ທົ່ວ​ໂລກ. ສ່ວນ​ຝ່າຍ​ຫວຽດ​ນາມ ມີ​ ທ່ານ ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ ເຂົ້າ​ຮ່ວມ​ການ​ພົບ​ປະ. ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ ​ໄດ້ສຸມ​ໃສ່​ປຶກ​ສ​າ​ຫາ​ລື​ບັນ​ດາ​ເນື້ອ​ໃນ ​​ເພື່ອແນ​ໃສ່​ຮັບ​ປະ​ກັນ​ຄວາມສະ​ຫງົບ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ ຢູ່ຫຼາຍ​ພາກ​ພ​ື້ນ​ໃນ​ໂລກ. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະ​ຊຸມ, ​ທ່ານ Patrushev ເລ​ຂາ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ ສະ​ຫະ​ພັນ​ລັດ​ເຊຍ ຢືນ​ຢັນ ຄວາມ​ສຳ​ຄັນ ຂອງ​ການ​ສ້າງ​ຕັ້ງ​ແນວ​ໂຮມ​ຕ້ານການກໍ່​ການ​ຮ້າຍ ​ຢ່າງກວ້າງ​ຂວາງ ບົນ​ພື້ນຖານ​ບັ​ນ​ດາມາດ​ຖານ ແລະ ຫຼັກ​ການ​ກົດ​ໝາຍ​ສາ​ກົນ ພາຍ​ໃຕ​້ການປະ​ສານ​ງານ​ ຂອງສະ​ຫະ​ປະ​ຊາ​ຊາດ.

        ສ່ວນ ທ່ານ ພົນ​ໂທ ໂຕ​ເລີມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫ​ວຽດ​ນາມ,  ມີ​ບົດ​ປະ​ກອບ​ຄຳ​ເຫັນ ​ດ້ວຍ​ຫົວ​ເລື່ອງຕ້ານ​ການ​ອົບ​ພະ​ຍົບ​​ຢ່າງ​ຜິດ​ກົດ​ໝາຍ ທີ່ກອງ​ປະ​ຊຸມ. ຕາມ ​ທ່ານ ພົນ​ໂທ ໂຕ​ເລີມ ແລ້ວ ນີ້​ແມ່ນ​ຫົວ​ເລື່ອງຮີບ​ເຮັ່ງ ແລະ ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ, ພິ​ເສດ​ແມ່ນ​ຢູ່​ບັນ​ດາ​ປະ​ເທດ ​ເອີ​ລົບ.  ຕາມ​ ທ່ານ​ລົດ​ຖະ​ມົນ​ຕີ​ ແລ້ວ, ຫວຽດ​ນາມ ​ເຄີຍ​ປະ​ເຊີນ​ໜ້າ ກັບ​ບັນ​ຫາ​ຊາວອົບ​ພະ​ຍົບ​​ຢ່າງ​ຜິດກົດ​ໝາຍ​ມາ​ແລ້ວ ແຕ່​ຫວຽດ​ນາມ​​ສາ​ມາດແກ້​ໄຂ​ບັນ​ຫານີ້​ເປັນ​ຢ່າງ​ດີ ແລະ  ໄດ້​​ຮັບ​ການ​ຕີ​ລາ​ຄາ​ສູງ ​ຈາກປະ​ຊາ​ຄົ​ມສາກົນ​. ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຄະ​ນະ​​ຜູ້​ແທນຫວຽດ​ນາມ​ ຈະ​ແບ່ງ​ປັນ​ ກັບ​ປ​ະ​ຊາ​ຄົມສາ​ກົນ ບັນ​ດາ​ສາຍເຫດ ​ທີ່​ພາໄປ​ເຖິງ ການ​ເກີດ​ມີ​ຊາວອົບ​ພະ​ຍົບ​ແບບ​ຜິດກົດ​ໝາຍ ແລະ ບັນ​ດາ​​ມາດ​ຕະ​ການແກ້​ໄຂ​​ ອາດສາ​ມາດ​ສະ​ກັດ​ກັ້ນ​ສະ​ພາບ​ການນີ້​ໄດ້.

ຂ່າວ/ບົດ​ອື່ນ