ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 18 ມີຖຸນາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ສົມທົບກັບກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ຈັດກອງປະຊຸມແລກປ່ຽນວຽກງານສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາປີ 1925 – 21ມິຖຸນາປີ 2019)
ກອງປະຊຸມແລກປ່ຽນວຽກງານສື່ມວນຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມຂຶ້ນກ່າວຄຳເຫັນ

ທີ່ກອງປະຊຸມ, ທ່ານຫງວຽນເຖກີ ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຖືວ່າ :

    “ ມີຫຼາຍອົງການສື່ມວນຊົນມີຖັນແຖວພະນັກງານຫຼາຍພໍສົມຄວນ ແລະ ມີເງື່ອນໄຂທີ່ສະດວກພໍສົມຄວນ ແລະ ພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ປະຈຸບັນ, ບັນດາອົງການສື່ມວນຊົນພວມປະຕິບັດແຜນກຳນົດສື່ມວນຊົນໂດຍສູນກາງໄດ້ຮັບຮອງເອົາ ແລະ ໄດ້ຮັບການຊີ້ນຳໂດຍກົງຈາກ ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວຫວຽດນາມ. ພວກຂ້າພະເຈົ້າພວມສ້າງໂຄງສ້າງຂອງ ວິທະຍຸກະຈາຍສຽງຫວຽດນາມຄືນໃໝ່ເພື່ອໃຫ້ການເຄື່ອນໄຫວນັບມື້ນັບດີຂຶ້ນ ”

      ໂດຍໄດ້ຢັ້ງຢືນບົດບາດຂອງສື່ມວນຊົນໃນການກຳນົດທິດ, ຮັບໃຊ້ວຽກງານແນວຄິດ, ທ່ານຮອງນາຍົກລັດຖະມົນຕີ ວູ້ດຶກດາມ ຖືວ່າ : 

    “ ບໍ່ພຽງແຕ່ມີຄວາມສະດຸ້ງໄວ, ຊັດເຈນ, ສື່ມວນຊົນຫວຽດນາມຍາມໃດກໍຕ້ອງກ້າວເດີນຢ່າງຖືກທິດ. ໃນສະພາບປະຈຸບັນ, ຂໍ້ມູນຂ່າວສານແມ່ນວ່ອງໄວທີ່ສຸດ, ບໍ່ພຽງແຕ່ຖືກກຳລັງດັນໃນວຽກງານເທົ່ານັ້ນ, ຫາກຍັງຕ້ອງຮັບປະກັນຄວາມຮຽກຮ້ອງຕ້ອງການທາງດ້ານການເມືອງ ແລະ ຄຸນນະພາບອີກດ້ວຍ. ”

ຕອບກັບ

ຂ່າວ/ບົດ​ອື່ນ