ກອງປະຊຸມໂດຍກົງຜ່ານເຄືອຄ່າຍອິນເຕີແນັດກ່ຽວກັບການກໍ່ສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມ

ກອງປະຊຸມໂດຍກົງຜ່ານເຄືອຄ່າຍອິນເຕີແນັດກ່ຽວກັບການກໍ່ສ້າງແລະພັດທະນາວັດທະນະທຳ,ຊາວຫວຽດນາມ - ảnh 1
​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:chinhphu.vn

(vovworld)-​ ​ ​​ວັນ​ທີ 17/4, ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຄ່າຍ​ອິນ​ເຕີ​ແນັດ​​ການຜັນ​ຂະ​ຫຍາຍ​​ປະ​ຕິ​ບັດມະ​ຕິ​ເລກ​ທີ 33 ຂອງ​ລັດ​ຖະ​ບານກ່ຽວ​ກັບ​ການ​ສ້າງ ແລະ ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ຊາວ​ຫວຽດ​ນາມ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ຕາມນັ້ນ​ແລ້ວ ,ຮອດ​ປີ 2019, ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ, ຂະ​ແຫນງ​ການ ຈະ​ດຳ​ເນີນ​ປະ​ຕິ​ບັດ 28 ແຜນ​ຮ່າງວັດ​ທະ​ນະ​ທຳ, ກົດ​ໝາຍ ແລະ ປັບ​ປຸງ​ບັນ​ດາ​ກົດ​ໝາຍ​ກ່ຽວ​ຂ້ອງ. ໃນ​ນັ້ນ ເປັນ​ຫນ້າ​ສົນ​ໃຈ ແມ່ນ​ຍູ້​ແຮງ​ການ​ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ດ້ານ​ວັດ​ທະ​ນະ​ທຳເຂົ້າ​ກັບ​ສາ​ກົນ​, ເພີ່ມ​ທະ​ວີ​ການ​ສ້າງວັດ​ທ​ະ​ນະ​ທຳ​ໃນ​ຂົງ​ເຂດ​ການ​ເມືອງ ແລະ ເສດ​ຖະ​ກິດ, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ.

 

ຂ່າວ/ບົດ​ອື່ນ