ກອງປະຊຸມໃຫ່ຍຜູ້ແທນ ທົ່ວປະເທດສະມຄົມ ມິດຕະພາບຫວຽດນາມ -ລາວ


ກອງປະຊຸມໃຫ່ຍຜູ້ແທນ ທົ່ວປະເທດສະມຄົມ ມິດຕະພາບຫວຽດນາມ -ລາວ - ảnh 1

 (ພາບປະກອບ)

 (vovworld)- ​ ​ວັນ​ທີ 10/10, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ​ໄດ້​ຈັດ​ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 4 ອາຍຸ​ການ 2014-2019. ກອງ​ປະຊຸມ​ໃຫ່ຍ​ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ໃໝ່​ດ້ວຍສະມາຊິກ 68 ທ່ານ. ທ່ານ​ຫວູ້ຈ້ອງ​ກີ​ມ ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານທັງ​ເປັນ​ເລຂາທິການ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ປະທານສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ອາຍຸ​ການ​ທີ 3 ​ໄດ້​ຮັບ​ການ​ເລືອກຕັ້ງ​ເປັນ​ປະທານ ສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ​ອາຍຸ​ການ​ທີ 4.

  ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຕ້າ​ມິ​ງ​ເຈົາ, ຮອງ​ປະທານສະມາຄົມ​ມິດຕະພາບ​ຫວຽດນາມ-​ລາວ ​ຖື​ວ່າ:

  “ໃນຊຸມປີຈະມາເຖິງ, ສະພາບການໂລກ, ພາກພື້ນຈະມີບັນດາການຜັນແປໃໝ່, ຫວຽດນາມແລະ ລາວ ລ້ວນແຕ່ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍທີ່ແຕກຕ່າງກັນດ້ານສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງດ້ານເສດຖະກິດ. ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ສອງພັກ, ສອງລັດສືບຕໍ່ຢັ້ງຢືນຄວາມສຳຄັນແລະ ຄວາມໝາຍຍຸດທະສາດຂອງການປັບປຸງແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດແລະ ການຮ່ວມມືຮອບດ້ານຫວຽດນາມ-​ລາວໃນສະພາບການໃໝ່, ປ່ຽນໃໝ່ຈິນຕະນາການ, ​ເນື້ອໃນແລະ ຮູບການຮ່ວມມື, ​ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງຜົນປະໂຫຍ, ຄວາມສະຫງົບປອດໄພແລະ ການພັດທະນາຂອງແຕ່ລະປະເທດຢ່າງທັນການ“./.

ຂ່າວ/ບົດ​ອື່ນ