ກອງປະຊຸມໃຫຍ່ອົງຄະນະພັກແມ່ນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວພັກ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຫາກໍ່ເຊັນປະກາດໃຊ້ຄຳສັ່ງຂອງກົມການເມືອງກ່ຽວກັບກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ.

ເພື່ອກຳນົດທິດໃຫ້ຄະນະພັກທຸກຂັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີບົດຂຽນສຳຄັນ “ກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນກ້າວໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກໃຫ້ດີທີ່ສຸດ”.

ກອງປະຊຸມໃຫຍ່ອົງຄະນະພັກແມ່ນການດຳເນີນຊີວິດດ້ານການເມືອງຢ່າງເລິກເຊິ່ງກ້ວາງຂວາງໃນທົ່ວພັກ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ (ພາບ: TTXVN)

       ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ ເລື່ອງກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນມີເນື້ອໃນສຳຄັນຫລາຍຢ່າງ, ຮຽກຮ້ອງຄະນະພັກທຸກແຂວງ, ອົງການຈັດຕັ້ງຂອງພັກຕ້ອງຍົກສູງຄວາມຮັບຜິດຊອບ, ສຸມໃສ່ຊີ້ນຳປະຕິບັດໃຫ້ດີ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໃຫ້ປະສົບຜົນສຳເລັດ. ເລື່ອງສ້າງບົດລາຍງານການເມືອງ - ເອກະສານສຳຄັນຂອງກອງປະຊຸມໃຫຍ່ແຕ່ລະຄັ້ງ, ຕ້ອງສະແດງໃຫ້ເຫັນວິໄສທັດ, ຄຸນນະທາດ, ພູມປັນຍາ, ເຈດຈຳນົງ, ກຳລັງແຮງສາມັກຄີຂອງຄະນະພັກ, ອົງການພັກ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືວ່າ: ການຈັດຕັ້ງການປຶກສາຫາລືໃຫ້ດີ, ປະກອບຄຳເຫັນໃສ່ຮ່າງເອກະສານຂອງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນໂດຍກົງ ແລະ ກອງປະຊຸມຄັ້ງທີ 13 ຂອງພັກ, ສ້າງການດຳເນີນຊີວິດການເມືອງຢ່າງເລິກເຊິ່ງກ້ວາງຂວາງ, ມີປະສິດທິຜົນ, ເສີມຂະຫຍາຍພູມປັນຍາຂອງທົ່ວພັກ, ທົ່ວປະຊາຊົນ, ທົ່ວກອງທັບ; ຮັບປະກັນໃຫ້ກອງປະຊຸມໃຫຍ່ທົ່ວປະເທດຂອງພັກປະສົບຜົນສຳເລັດ.

 

ຕອບກັບ

ຂ່າວ/ບົດ​ອື່ນ