ກອງສິລະປະກອນຫວຽດນາມສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນຊາດລາວ

ກອງສິລະປະກອນຫວຽດນາມສະແດງສິລະປະສະເຫຼີມສະຫຼອງ40ປີແຫ່ງວັນຊາດລາວ - ảnh 1
(ກອງສິລະປະກອນຫວຽດນາມສະແດງ
ສິລະປະສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ລາວ)

(vovworld) –​​​ ​ ​ຕອນ​ຄ່ຳ​ວັນ​ທີ 19/11, ຢູ່​ນະຄອນຫລວງ ວຽງ​ຈັນ, ສປປ ລາວ. ບັນດາ​ນັກ​ຮ້ອງ, ນັກ​ສິລະ​ປິນຂອງ​ໂຮງ​ລະຄອນ​ຟ້ອນ​ລຳ​ທຳ​ເພງ ຫວຽດນາມ, ສະຫະພັນ​ກາຍຍະ​ສິນ ​ແລະ ກອງ​ສິລະ​ປະກອນ​ແຂວງ ລ້າງ​ເຊີນ ​ໄດ້ສະ​ແດງ​ລາຍການ​ສິລະ​ປະ​ພິ​ເສດ​ດ້ວຍ​ຫົວ​ຂໍ້​ວ່າ: ຂົວ​ເຊື່ອມ​ຕໍ່​ມິດຕະພາບ ນ້ຳ​ໃຈ​ສາມັກ​ຄີ ຫວຽດນາມ - ລາວ ອ້າຍ​ນ້ອງ, ຂຳ​ນັບ​ຮັບ​ຕ້ອນ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຊາດ ສປປ ລາວ (2/12/1975 – 2/12/2015). ກ່າວ​ຄຳ​ເຫັນ​ທີ່ພິທີ​ເປີດ​ລາຍ​ການສະ​ແດງ, ນັກ​ດົນຕີ ຫງວຽນ​ກວາງມິ​ງ ຜູ້ອຳນວຍການ ໂຮງ​ລະຄອນ​ຟ້ອນ​ລຳ​ທຳ​ເພງ ຫວຽດນາມ ​ໄດ້ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ ເມື່ອ​ໄດ້​ນຳ​ໜ້າກອງ​ສິລະ​ປະ ຫວຽດນາມ ​ໄປສະ​ແດງ​ສິລະ​ປະເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ຊາດ ລາວ. ນັກ​ດົນຕີ ຫງວຽນ​ກວາງ​ມິ​ງ ​ໃຫ້​ຮູ້​ວ່າ: ​ໂດ​ຍຜ່ານ​ບັນດາ​ບົດ​ເພງ, ວາດ​ຟ້ອນ ​ແລະ ລາຍການສະ​ແດງ​ສິລະ​ປະ, ຜູ້​ຊົມ​ຈະ​ໄດ້​ເຫັນ​ປະຈັກ​ຕາ ນ້ຳ​ໃຈ​ຂອງ​ບັນດາ​ນັກ​ສິລະ​ປະກອນ ​ແລະ ປະຊາຊົນ ຫວຽດນາມ ຢາກ​ນຳ​ມາ​ເຊິ່ງ ​ເວທີ​ສະ​ແດງ​ ເພື່ອຊົມ​ເຊີຍ​ບັນດາ​ຜົນງານ ຊຶ່ງ​ປະຊາຊົນ ລາວ ອ້າຍ​ນ້ອງ​ຍາດມາ​ໄດ້​ໃນ​ຕະຫລອດ 40 ປີຜ່ານມາ.

ຂ່າວ/ບົດ​ອື່ນ