ກອບກູ້ເອົາຊີວິດຂອງສະມາຊິກທີມບານເຕະເຍົາວະຊົນໄທ 4 ຄົນ

(VOVWORLD) - ຕາມແຜນການແລ້ວ, ກຳລັງກູ້ຊີບກູ້ໄປໄດ້ແບ່ງທີມບານເຕະນີ້ເປັນ 4 ກຸ່ມ, ເພື່ອນຳແຕ່ລະກຸ່ມອອກຈາກຖ້ຳ
ກອບກູ້ເອົາຊີວິດຂອງສະມາຊິກທີມບານເຕະເຍົາວະຊົນໄທ 4 ຄົນ - ảnh 1ກຳລັງກຸ້ໄພກູ້ຊີບພວມເຮັດວຽກຢ່າງຮີບດ່ວນ

ໃນການເຄື່ອນໄຫວກອບກູ້ເອົາຊີວິດຮອບທຳອິດໃນວັນທີ 8 ກໍລະກົດ, ກຳລັງເຈົ້າໜ້າທີ່ໄດ້ນຳເອົາຕົວສະມາຊິກທີມບານເຕະເຍົາວະຊົນໄທ 4 ຄົນອອກຈາກຖ້ຳຫຼວງ, ຂຶ້ນກັບແຂວງ ຊຽງຣາຍ, ທາງພາກເໜືອປະເທດ ໄທ ດ້ວຍຄວາມປອດໄພ. ສຸຂະພາບຂອງບັນດານັກກິລາບານເຕະດີພໍສົມຄວນ ແລະ ພວກຫຼານພວມໄດ້ຮັບການປິ່ນປົວຢູ່ໂຮງໝໍ.   ຕາມແຜນການແລ້ວ, ກຳລັງກູ້ຊີບກູ້ໄປໄດ້ແບ່ງທີມບານເຕະນີ້ເປັນ 4 ກຸ່ມ, ເພື່ອນຳແຕ່ລະກຸ່ມອອກຈາກຖ້ຳ, ໃນນັ້ນກຸ່ມທຳອິດມີ 4 ຄົນມີສຸຂະພາບດີ, ບັນດາກຸ່ມຕາມຫຼັງລວມມີ 3 ຄົນ/ກຸ່ມ ແລະ ຄູຝຶກຈະເປັນຜູ້ສຸດທ້າຍທີ່ຈະອອກຈາກຖ້ຳ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ