ກະກຽມດຳເນີນກອງປະຊຸມຮ່ວມມືຫວຽດນາມ-ອິນເດຍກ່ຽວກັບການທ່ອງທ່ຽວ,ການບິນ

ກະກຽມດຳເນີນກອງປະຊຸມຮ່ວມມືຫວຽດນາມ-ອິນເດຍກ່ຽວກັບການທ່ອງທ່ຽວ,ການບິນ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ Preeti Saran

(vovworld) – ​​ວັນ​ທີ 29/11 ຈະ​ມາ​ເຖິງ, ຢູ່​ຮ່າ​ໂນ້ຍ ​ຈະ​ດຳ​ເນີນກອງ​ປະ​ຊ​​ຸມ​ຮ່ວມ​ມື ຫວຽດ​ນາມ - ອິນ​ເດຍ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ, ການ​ບິນ. ນັ້ນ​ແມ່ນ​ແຫຼ່ງ​ຂ່າວ​ຈາກກອງ​ປະ​ຊຸມ​ຂ່າວ​ດຳ​ເນີນໄປ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 21/11 ຢູ່ ຮ່າ​ໂນ້ຍ ໂດຍ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ) ແລະ ສະ​ຖານ​ທູ​ດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ສົ​ມ​ທົບ​ກັນ​ຈັດ​ຕັ້ງ. ຈະ​ມີ 22 ບໍ​ລິ​ສັດ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂ​ອງ ອິນ​ເດຍ ແລະ ນັກ​ຂ່າວ ມາ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ. ໃນ​ຂອບ​ເຂດ​ລາຍ​ການ Fam Tour, ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແລະ ນັກ​ຂ່າວ ອິນ​ເດຍ ຈະ​​ໄປ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ ຫວຽດ​ນາມ ຢູ່​ນະ​ຄອນ ໂຮ່​ຈີ​ິ​ມິນ, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ, ຮ່າ​ໂນ້ຍ, ອ່າວ​ຮ້າ​ລອງ (ກວາ​ງ​ນີງ) ແລະ ສະ​ຖານ​ທີ່​ອື່ນໆ​ອີກ. ພ້ອມ​ກັນ​ນັ້ນ, ເຂົາ​ເຈົ້າ​ຈະ​ພົບ​ປະ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ຂອງ ຫວຽດ​ນາມ ເພື່ອ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອ​ງ​ທ່ຽວ, ການ​ບິນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ