ກະກຽມບັນດາເງື່ອນໄຂດີທີ່ສຸດເພື່ອຈັດຕັ້ງວັນບຸນວິສາຂະບູຊາ ສປຊ ປະສົບຜົນສໍາເລັດ

(VOVWORLD) -ຄະນະຈັດຕັ້ງ ກໍຈະຈັດຕັ້ງບັນດາລາຍການທ່ອງທ່ຽວໂດຍບໍ່ເກັບຄ່່າ ໃຫ້ແກ່ບັນດາຜູຸ້ແທນເຂົ້າຮ່ວມວັນບຸນ Vesak ເພື່ອແນໃສ່ປະກອບສ່ວນໂຄສະນາພາບພົດຂອງປະເທດຫວຽດນາມ.

        ເພື່ອກະກຽມໃຫ້ແກ່ການຈັດຕັ້ງວັນບຸນວິສາຂະບູຊາ ສປຊ 2019 (Vesak 2019) ເຊິ່ງຈະດໍາເນີນໃນລະຫວ່າງວັນທີ 12 – 14 ພຶດສະພາ ຢູ່ສູນວັດທະນະທໍາພຸດທະສາສະໜາ ຕາມຈຸກ, ຕາແສງ ບາຊາວ, ເມືອງ ກິມບ໋າງ, ແຂວງຮ່ານາມ ຂອງຫວຽດນາມ ໃຫ້ປະສົບຜົນສໍາເລັດນັ້ນ, ນັບແຕ່ໄຕມາດ 3/2018, ສະມາຄົມພຸດທະສາສະໜາຫວຽດນາມ, ຄະນະຈັດຕັ້ງ ແລະ ບັນດາອົງການກ່ຽວຂ້ອງ ໄດ້ມີບັນດາແຜນການລະອຽດ ເພື່ອຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ວຽກງານພະລາທິການ ໃຫ້ແກ່ວັນບຸນ ແລະ ຜູ້ແທນທີ່ມາເຂົ້າຮ່ວມວັນບຸນ. ໄລ່ມາຮອດປັດຈຸບັນ ທຸກວຽກງານກະກຽມດັ່ງກ່າວໄດ້ສໍາເລັດ.  

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງ ກໍຈະຈັດຕັ້ງບັນດາລາຍການທ່ອງທ່ຽວໂດຍບໍ່ເກັບຄ່່າ ໃຫ້ແກ່ບັນດາຜູຸ້ແທນເຂົ້າຮ່ວມວັນບຸນ Vesak ເພື່ອແນໃສ່ປະກອບສ່ວນໂຄສະນາພາບພົດຂອງປະເທດຫວຽດນາມ. ພະສັງຄະນາຍົກ  ທິກມິນກວາງ, ຮອງເລຂາທິການໃຫຍ່່ ຄະນະກໍາມະການຈັດຕັ້ງວັນບຸນ Vesak 2019 ໃຫ້ຮູ້ວ່າ:

        “ຄະນະຈັດຕັ້ງ ຈະຈັດຕັ້ງໃຫ້ບັນດາຜູ້ແທນ, ພິເສດແມ່ນບັນດາຜູ້ແທນສາກົນ ໄປຢ້ຽມຢາມບັນດາທັດຊະນີຍະພາບຂອງຫວຽດນາມ. ຄະນະຈັດຕັ້ງ ໄດ້ສ້າງບັນດາລາຍການທ່ອງທ່ຽວຄື: ໄປຢ້ຽມຊົມພູ ຟານຊີີປັງ ຢູ່ຊາປາ ແຂວງລາວກາຍ; ວັດ ອຽນຕື້ ຢູ່ແຂວງກວາງນິງ; ເຂດປູຊະນີຍະສະຖານ ຈ່າງອານ - ບ໊າຍດິ໊ງ ຢູ່ແຂວງນິງບິ່ງ ແລະ ທ່ຽວຊົມບັນດາເຂດປູຊະນີຍະສະຖານຢູ່ບໍລິເວນຮ່າໂນ້ຍ ແລະ ຮ້າລອງ”.


 

ຕອບກັບ

ຂ່າວ/ບົດ​ອື່ນ