ກະກຽມຢ່າງລອບຄອບຖີ່ຖ້ວນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ຕ້ອນຮັບບຸນປີໃໝ່ປະຈຳຊາດປີກຸນ

(VOVWORLD) -  ວັນທີ 04 ມັງກອນ, ກ່ຳປັ່ນ 3 ຖ້ຽວ ຈະເລີ່ມມາຈາກທ່າກ່ຳປັ່ນ ກາມແຣງ ຂົນສົ່ງສິນຄ້າ ແລະ ຂອງຂວັນໄປໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ.

ເພື່ອກະກຽມໃຫ້ບຸນປີໃໝ່ປະຈຳຊາດປີກຸນ 2019, ນອກຈາກບັນດາຂອງຂວັນ, ຕາມການກຳນົດຂອງກະຊວງປ້ອງກັນປະເທດ ຫວຽດນາມ ແລ້ວ, ເຫຼົ່າທັບເຮືອ, ກອງບັນຊາການກອງທັບເຮືອເຂດ 4, ພະນັກງານ, ນັກຮົບ, ປະຊາຊົນຢູ່ໝູ່ເກາະ ເຈື່ອງຊາ ກໍ່ໄດ້ຮັບບັນດາຂອງຂວັນຈາກທ້ອງຖິ່ນ, ບຸກຄົນຫລາຍຄົນ, ອົງການຈັດຕັ້ງໃນທົ່ວປະເທດ. ພັນເອກ ດ່າວຢາງຫາຍ, ຫົວໜ້າການເມືອງກອງພົນນ້ອຍ 146 ໃຫ້ຮູ້ວ່າ:

        ວຽກງານກະກຽມບຸນປີໃໝ່ປະຈຳຊາດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ໄດ້ຮັບການກຽມຢ່າງລອບຄອບຖີ່ຖ້ວນຈາກກອງພົນນ້ອຍ 146, ຄະນະກຳມະການປະຊາຊົນເມືອງ ເຈື່ອງຊາ ກະ. ປີນີ້, ພວກຂ້າພະເຈົ້າສືບຕໍ່ໄດ້ຮັບການລະດົມກຳລັງໃຈ, ການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງ, ປະຊາຊົນໃນທົ່ວທຸກແຫ່ງຂອງປະເທດ ດ້ວຍຂອງຂວັນຫລາຍພຸດຢ່າງແທດຈິງ. ບັນຍາກາດ ແລະ ທຸກວຽກງານຂອງກອງພົນນ້ອຍ 146 ແລະ ເມືອງເກາະ ເຈື່ອງຊາ ກະກຽມໃຫ້ພະນັກງານ, ນັກຮົບໄດ້ສຳເລັດແລ້ວ ແລະ ລະດູບານໃໝ່ປີກຸນນີ້ ຈະໄດ້ຕ້ອນຮັບບຸນປີໃໝ່ຢ່າງອົບອຸ່ນ, ມີເຄື່ອງຂອງຄົບທຸກຢ່າງ ແລະ ເຕັມໄປດ້ວຍສີສັນຂອງບຸນເຕັດ.

        ວັນທີ 04 ມັງກອນ, ກ່ຳປັ່ນ 3 ຖ້ຽວ ຈະເລີ່ມມາຈາກທ່າກ່ຳປັ່ນ ກາມແຣງ ຂົນສົ່ງສິນຄ້າ ແລະ ຂອງຂວັນໄປໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ.

 

ຕອບກັບ

ຂ່າວ/ບົດ​ອື່ນ