ກະຈາຍສຽງກູ້ເອົາຊີວິດມະນຸດ


 ກະຈາຍສຽງກູ້ເອົາຊີວິດມະນຸດ - ảnh 1
 ກະຈາຍສຽງກູ້ເອົາຊີວິດມະນຸດ - ảnh 2

(ພາບປະກອບອິນເຕີແນດ)

(vovworld) – “ກະຈາຍສຽງ​ກູ້​ເອົາ​ຊີວິດ​ມະນຸດ“ ​ແມ່ນ​ຄຳ​ຖະ​ແຫຼ​ງທີ່​ໄດ້​ຮັບ​ການ​​ເນັ້ນ​ໜັກ​ໃນ​ສານ​ຂອງ​ບັນດາ​ການ​ນຳ​ໂລກ​ ທີ່​ສະ​ເຫຼີ​ມສະຫຼອງ​ວັນ​ກະຈາຍສຽງ​ໂລກ 2016 (13/2). ປີ​ນີ້, ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ (UNESCO) ​ໄດ້​ເລືອກ​ເຟັ້ນຫົວ​ຂໍ້ “ກະຈາຍສຽງ​ໃນ​ໄລຍະ​ອັນ​ຮີບ​ດ່ວນ ​ແລະ ​ໄພພິບັດ“ ​ໃຫ້​ວັນກະຈາຍສຽງ​ໂລກ​ປີ 2016, ​ເພື່ອ​ເນັ້ນ​ໜັກ​ວ່າ, ຍາມ​ໃດ ກະຈາຍສຽງ​ກໍ່​ແມ່ນ​ພາຫະນະ​ໂຄສະນາ​ຢ່າງ​ກວ້າງຂວາງ​ທີ່​ສຸດ, ​ໃນ​ເວລາ​ໄວ​ທີ່​ສຸດ​ເຖິງ​ປະຊາ​ຄົມ, ຜູ້​ຟັງ​ໃນ​ທົ່ວ​ໂລກ.

        ​ເນື່ອງ​ໃນ​ໂອກາດ​ວັນກະຈາຍສຽງ​​ໂລກ​ປີ 2016, UNESCO ​ໄດ້​ຍົກ​ອອກ​ສານ​ທີ່​ວ່າ, ກະຈາຍສຽງ​ກູ້​ເອົາ​ຊີວິດ​ມະນຸດ; ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ນັກ​ຂ່າວ; ກະຈາຍສຽງມີ​ຜົນ​ສະທ້ອນ​ເຖິງ​ສັງຄົມ; ຮັກສາ​ສິດ​ໄດ້​ສຳຜັດ​ກັບ​ຂໍ້​ມູນ​ຂ່າວ​ໃນ​ກໍລະນີ​ຮີບ​ດ່ວນ ​ແລະ ​ໄພພິບັດ… ​ໃນ​ສານ​ສະ​ເຫຼີ​ມສະຫຼອງ​ວັນກະຈາຍສຽງ​ໂລກ​ປີ 2016, ຜູ້ອຳນວຍການ​ໃຫຍ່ UNESCO ທ່ານ​ນາງ Ilrinna Bokova ​ເນັ້ນ​ໜັກ​ວ່າ: ກະຈາຍສຽງ​ແມ່ນ​ກຳລັງ​ແຮງ​ຂອງ​ການ​ສື່ສານ. ທ່ານ​ນາງ​ກໍ່​ຮຽກຮ້ອງ​ບັນດາ​ປະ​ເທດ​ສະມາຊິກ UNESCO ພັດທະນາ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ກະຈາຍສຽງ.

        ​ໃນ​ສານ​ຂອງ​ຕົນ, ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ເນັ້ນ​ໜັກ​ວ່າ, ຜ່ານ​ກະຈາຍສຽງ, ປະຊາຊົນ​ສາມາດ​ອອກສຽງ, ​ແລະ​ທັດສະນະ​ຂອງ​​ເຂົາ​ເຈົ້າຈະ​ໄດ້​ຮັບ​ຟັງ​. ທ່ານ Ban Ki-moon ຢືນຢັນ​ວ່າ, ປີ​ນີ້​ພວກ​ເຮົາ​ເລີ່​ມປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ແບບ​ຍືນ​ຍົງ, ດັ່ງ​ນັ້ນ​ພວກ​ເຮົາ​ຈົ່ງ​ນຳ​ໃຊ້ກະຈາຍສຽງ​ເພື່ອ​ຮັບ​ໃຊ້​​ການ​ພັດທະນາ ​ແລະ ຄວາມ​ກ້າວໜ້າ​ຂອງ​ມະນຸດ.

 

 

ຂ່າວ/ບົດ​ອື່ນ