ກະຈາຍສຽງຍາມໃດກໍແມ່ນຮູບການສື່ສານທີ່ມີປະໂຫຍດ,ຂໍ້ມູນຂ່າວເປັນຫລາຍຮູບຫລາຍແບບ

  ກະຈາຍສຽງຍາມໃດກໍແມ່ນຮູບການສື່ສານທີ່ມີປະໂຫຍດ,ຂໍ້ມູນຂ່າວເປັນຫລາຍຮູບຫລາຍແບບ - ảnh 1
ການ​ນຳ VOV ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ
ວັນ​ກະ​ຈາຍ​ສຽງ​ໂລກ

(vovworld)- ​  ກະ​ຈາຍ​ສຽງ​ຍາມ​ໃດ​ກໍ​ແມ່ນ​ຮູບ​ການ​ສື່​ສານ​ທີ່​ມີ​ປະ​ໂຫຍດ,ຂໍ້​ມູນ​ຂ່າວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ສິ່ງດັ່ງ​ກ່າວ​ໂດຍ​ແມ່ນ​ທ່ານ ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍ​ຸ​ກະ​ຈາຍ​ສຽງ ຫວຽດ​ນາມ (VOV) ຢັ້ງ​ຢືນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງວັນ​ກະ​ຈາຍ​ສຽງ​ໂລກ ປີ 2017(World Radio Day 2017) ຊື່ງ​ດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 13/2 ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່າ​ນ ຫງວຽນ​ເທ​ກີ໋ ໃຫ້​ຮູ້​ວ່າ: ຫົວ​ຂໍ້ຂອງວັນ​ກະ​ຈາຍ​ສຽງ​ໂລກ 2017 ແມ່ນ “ກະ​ຈາຍ​ສຽງ​ແມ່ນ​ເພື່ອນ”, ແມ່ນ​ແນວ​ຄວາມ​ຄິດ​ກ່ຽວ​ກັບ​ຮູບ​ການ​ສືຶ່​ສານ​ທີ່​ອຸ​ດົມ​ສົມ​ບູນ, ຫລາຍ​ຮູບ​ຫລາຍ​ແບບ, ປອດ​ໃສ, ມະ​ນຸ​ດ​ສາດ. ຫົວ​ຂໍ້​ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ການ​ເຂົ້າ​ຮ່ວມ​ເປັນ​ປະ​ຈຳ, ຕັ້ງ​ຫນ້າ​ຂອງ​ຜູ້​ຟັງ​ຕໍ່​ການ​ກະ​ຈາຍ​ສຽງ. ຜູ້​ຟັງ​ແມ່ນ​ປະ​ຖົມ​ປັດ​ໄຈ​ຫລັກ​ແຫລ່ງ, ແມ່ນ​ກຳ​ລັງ​ປະ​ກອບ​ສ່ວນ​ຕົ້ນ​ຕໍ​ໃຫ້​ແກ່​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ຂອງ​ບັນ​ດາ​ສະ​ຖາ​ນີ​ວິ​ທະ​ຍຸ​ກະ​ຈາຍ​ສຽງ. ທ່ານ ຫງວຽນ​ເທ​ກີ໋, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ໂດຍ​ແມ່ນ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ, VOV ຍາມ​ໃດ​ກໍ​ແມ່ນ​ຫົວ​ຫນ່ວຍ​ນຳ​ຫນ້າ​ໃນ​ການ​ປ່ຽນ​ແປງ​ໃຫມ່, ຫັນ​ບັນ​ດາ​ພາ​ຫະ​ນະ​ສື່​ສານ​ເປັນ​ທັນ​ສະ​ໄຫມ, ເພື່ອ​ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ຂອງ​ສາ​ທາ​ລະ​ນະ​ຊົນ​ໃຫ້​ດີ​ສຸດ. ບັນ​ດາ​ຊ່ອງ​ກະ​ຈາຍ​ສຽງ​ຂອງ VOV ແມ່ນ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ຫລາຍ​ລາຍ​ການ​ມີ​ເນື້ອ​ໃນ​ເປີດ, ມີ​ລັກ​ສະ​ນະ​ກະ​ທົບ​ຕໍ່​ກັນ, ເພື່ອ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ສາ​ທາ​ລະ​ນະ​ຊົນ​ເຂົ້າ​ໃນ​ບັນ​ດາ​ລາຍ​ການ​ກະ​ຈາ​ຍ​ສຽງ, ມີ​ການ​ປ່ຽນ​ແປງ​ໃຫມ່​ເທື່ອ​ລະ​ກ້າວ ແລະ​ເຮັດ​ໃຫ້​ບັນ​ດາ​ລາຍ​ການ​ກະ​ຈາຍ​ສຽງ​ດູດ​ດື່ມກວ່າ”.

        ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ ກໍ​ດຳ​ເນີນກອງ​ປະ​ຊຸມ 2 ຄັ້ງ ດ້ວຍ​ຫົວ​ຂໍ້: “ກະ​ຈາຍ​ສຽງ​ແມ່ນ​ເພື່ອນ” ແລະ “ກ​ະ​ຈາຍ​ສຽງ​ເພີ່ມ​ທະ​ວີ​ຄວາມ​ສະ​ເຫມີ​ພາບ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ປະ​ຖະ​ກະ​ຖາຂັ້ນ​ສູງ, ບັນ​ດາ​ຄູ​ສອນ, ນັກ​ຂ່າວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ Susan Vize, ຜູ້​ຮັກ​ສາ​ການ​ຫົວ​ຫນ້າ​ຫ້ອງ​ການ UNESCO ປ​ະ​ຈຳ​ຮ່າ​ໂນ້ຍ ຖື​ວ່າ:

        “ກະ​ຈາຍ​ສຽງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ພາ​ຫະ​ນະ​ສື່​ສານ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ກະ​ທົບ​ຕໍ່​ກັນ ແລະ ຜ່ານ​ຂໍ້​ມູນ​ຂ່າວ, ການ​ບັນ​ເທິງ ແລະ ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຟັງ​ຈະ ເຮັດ​ໃຫ້​ພວກ​ເຮົາ​ມີ​ການ​ປ່ຽນ​ແປງ​ນຳ.ຂ້າ​ພະ​ເຈົ້າ​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ຂອງ VOV ທີ​່​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ 2 ຄັ້ງ​ ແລະ ຫວັງ​ວ່າ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້​ຈະ​ຊ່ວຍ​ເພີ່ມ​ທະ​ວິ​ການ​ອັບ​ເດັດ​ຂໍ້​ມູນ​ຂ່າວ, ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຟັງຫລາຍກວ່າ.”

 


ຕອບກັບ

ຂ່າວ/ບົດ​ອື່ນ