ກະຊວງການຕ່າງປະເທດ ຫວຽດນາມ ປະກາດວຽກງານອາລັກຂາພົນລະເມືອງ

(VOVWORLD) - ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ຢູ່ ໄທເປ ຍັງຄົງສືບຕໍ່ສົ່ງພະນັກງານເຖິງສະຖານທີ່ເກີດເຫດ, ຕິດຕາມ ແລະ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ໄຕ້ຫວັນ (ປະເທດຈີນ)

ໃນການປະຊຸມຂ່າວປະຈຳໄລຍະຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 14 ທັນວາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາບັນຫາສື່ມວນຊົນມີຄວາມສົນໃຈ. ກ່ຽວຂ້ອງເຖິງພົນລະເມືອງ ຫວຽດນາມ ທີ່ຍັງຄ້າງໄວ້ໃນເຫດໄຟໄໝ້ຢູ່ໂຮງງານແຫ່ງໜຶ່ງຢູ່ນະຄອນ ດາວແຢ້ວນ ຂອງໄຕ້ຫວັນ (ປະເທດຈີນ), ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ເຫດໄຟໄໝ້ເກີດຂຶ້ນໃນຮຸ່ງເຊົ້າວັນທີ 14 ທັນວາ, ມີຄົນງານ ຫວຽດນາມ 5 ຄົນຖືກຮັບບາດເຈັບໄດ້ສົ່ງໄປໂຮງໝໍເພື່ອປິ່ນປົວ. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ຢູ່ ໄທເປ ຍັງຄົງສືບຕໍ່ສົ່ງພະນັກງານເຖິງສະຖານທີ່ເກີດເຫດ, ຕິດຕາມ ແລະ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ໄຕ້ຫວັນ (ປະເທດຈີນ) ໃນວິວັດການຜັນຂະຫຍາຍບັນດາການເຄື່ອນໄຫວຊອກຫາ, ກູ້ໄພກູ້ຊີບ ແລະ ອັບແດັດຂໍ້ມູນຂ່າວກ່ຽວກັບບັນດາຄົນງານ ຫວຽດນາມ ຢູ່ທີ່ນີ້.

        ກ່ຽວຂ້ອງເຖິງເຫດການນີ້, ໃນແຈ້ງການຫຼ້າສຸດໃນວັນທີ 14 ທັນວາ, ກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ (ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ) ໃຫ້ຮູ້ວ່າ ຄົນງານ ຫວຽດນາມ 6 ຄົນອື່ນຖືກເສຍຊີວິດຍ້ອນຄ້າງໄວ້ໃນເຫດໄຟໄໝ້.

ຕອບກັບ

ຂ່າວ/ບົດ​ອື່ນ