ກະຊວງແຜນການ ແລະ ການລົງທຶນຕ້ອງແມ່ນນັກສາຖາປານິກຂອງທັງພື້ນຖານເສດຖະກິດ


ກະຊວງແຜນການ ແລະ ການລົງທຶນຕ້ອງແມ່ນນັກສາຖາປານິກຂອງທັງພື້ນຖານເສດຖະກິດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​

(vovworld)- ​ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງ​ແມ່ນ​ນັກ​ສາ​ຖາ​ປາ​ນິກ​ຂອງ​ທັງ​ພື້ນ​ຖານ​ເສດ​ຖະ​ກິດ. ນັ້ນ​ແມ່ນ​ຄຳ​ເຫັນ​ຊີ້​ນຳຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ທີ່ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ວຽກ​ງານ​ປີ 2017 ຂອງ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 11/1. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກຊີ້​ແຈ້ງວ່າ ປີ 2016, ມີຫຼາຍ​ຕົວ​ເລກ​ຄາດ​ໝາຍ​ທີ່​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ-ສັງ​ຄົມ​ໄດ້​ບັນ​ລຸ​ໂດຍ​ພື້ນ​ຖານ, ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕະຫຼາດ​ໄດ້​ຮັບ​ການ​ປຸກ​ລຸກ. ໃນ​ບັນ​ດາ​ໝາກ​ຜົນ​ນັ້ນ, ກໍ​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຂອງ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ໃນ​ການ​ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ເພື່ອ​ຮັບ​ໃຊ້​ການ​ພັດ​ທະ​ນາ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ສະ​ເໜີ ກະ​ຊວງແຜນ​ການ ແລະ ການ​ລົງ​ທຶນ​ຕ້ອງກວດ​ກາ, ສ້າງ​ໂຄງ​ສ້າງ​ຄືນ​ໃໝ່​ເພື່ອ​ສ້າງກົງ​ຈັກ​ເປັນ​ກະ​ທັດ​ລັດ ແລະ ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ; ຕ້ອງ​ມີ​ຈີນ​ຕະ​ນາ​ການ​ເພື່ອ​ສ້າງ​ແຜນ​ການ​ໃຫ້​ແກ່​ລັດ, ໃນ​ນັ້ນ​ກ້າ​ຫານ​ລົບ​ລ້າງ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດເປັນ​ກຸ່ມ, ຖື​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ເປັນ​ສິ່ງ​ສຳ​ຄັນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ.
ຂ່າວ/ບົດ​ອື່ນ