ກະຊວງແຮງງານໄທສ້າງຕັ້ງປະຕູບໍລິການໃຫ້ປະຊາຊົນອາຊຽນ

ກະຊວງແຮງງານໄທສ້າງຕັ້ງປະຕູບໍລິການໃຫ້ປະຊາຊົນອາຊຽນ - ảnh 1
(ພາບ​ປະ​ກອບ)

(vovworld) - ​​ ກະ​ຊວງ​ແຮງ​ງານ​ໄທ ​ໃຫ້​ຮູ້​ວ່າ: ຈະ​ສ້າງ​ປະ​ຕູ​ບໍ​ລິ​ການ​ພິ​ເສດ ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​​ສະ​ຫະ​ສະ​ມາ​ຄົມບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້(​ອາ​ຊຽນ), ເລີ່ມ​ແຕ່​ເດືອນ 1/2016. ທ່ານ ອາ​ຣຸນ ພົມ​ມະ​ນີ, ຫົວ​ໜ້າ​ກົມຈັດ​ຫາ​ງານ ຂຶ້ນ​ກັບ​ກະ​ຊວງ​ແຮງ​ງານ​ໄທ, ໄດ້​ຊີ້​ແຈ້ງ​ໃນ​ສະ​ພາ​ວະ​ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີນີ້, ການ​ຄ້າ​ເສ​ລີ​ແລະ ການ​ເຄື່ອນ​ຍ້າຍ​ຂອງ​​ຄົນງານ​ໃນ​ພາກ​ພື້ນ ກໍ່​ຄື​ການ​ແກ້ງ​ແຍ້ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ລົງ​ທຶນ ແລະ ການ​ດຳ​ເນີນ​ທຸ​ລະ​ກິດ​ເພີ່ມ​ຂຶ້ນ. ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ຍ້າຍ​ຂອງ​ຄົນ​ງານ. ກົມຈັດ​ຫາ​ງານຈະ​ໄດ້​ສະ​ໜອງ​ການ​ບໍ​ລິ​ການ​ພິ​ເສດ ເອີ້ນ​ວ່າ: ປະ​ຕູ​ບໍ​ລິ​ການ​ອາ​ຊຽນ ເພື່ອ​ຮັບ​ໃຊ້​ຄົນ​ງານ​ທີ່​ມີ​ສີ​ມື​ແຮງ​ງານ​ສູງ​ຈາກ​ອາ​ຊຽນ ລວມ​ທັງ​ຂົງ​ເຂດ​ກຳ​ມະ​ກອນ​ເຕັກ​ນິກ, ​ການ​ສຳ​ຫຼວດບໍ່​ແຮ່, ສະ​ຖາ​ປັດ​ຕະ​ຍະ​ກຳ, ການ​ແພດ, ຂະ​ແໜງ​ປົວ​ແຂ້ວ, ພະ​ຍາ​ບານ ແລະ ບັນ​ຊີ.

 

 

ຂ່າວ/ບົດ​ອື່ນ