ກະສັດ ບຣູໄນຈະມາຢ້ຽມຢາມ ທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ.

(VOVWORLD) - ການຢ້ຽມຢາມ ຫວຽດນາມ ຂອງ ກະສັດ ບຣູໄນຄັ້ງນີ້ ຈະແມ່ນຂີດໝາຍໃໝ່ໃນໄລຍະ 27ປີ ແຫ່ງການພົວພັນດ້ານການທູດລະຫວ່າງສອງປະເທດ
ກະສັດ ບຣູໄນຈະມາຢ້ຽມຢາມ ທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ. - ảnh 1ກະສັດ ແຫ່ງລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah(ພາບ: AFP/TTXVN

ໂດຍໄດ້ຮັບຄຳເຊີນຂອງທ່ານ ຫງວຽນຟູ້ຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ກະສັດ ແຫ່ງລາຊະອານາຈັກ ບຣູໄນ Darussalam Sultan Haji Hassanal Bolkiah ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 26 -28 ມີນາ ປີ 2019. ການຢ້ຽມຢາມ ຫວຽດນາມ ຂອງ ກະສັດ ບຣູໄນຄັ້ງນີ້ ຈະແມ່ນຂີດໝາຍໃໝ່ໃນໄລຍະ 27ປີ ແຫ່ງການພົວພັນດ້ານການທູດລະຫວ່າງສອງປະເທດ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືໃນທຸກໆຂົງເຂດ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນກໍ່ຄືການປະກອບສ່ວນສ້າງສຽງເວົ້າລວມກ່ຽວກັບບັນຫາຄວາມສາມັກຄີ ແລະ ຮັກສາບົດບາດເປັນໃຈກາງຂອງອາຊຽນໃນບັນຫາຄວາມໝັ້ນຄົງໃນພາກພື້ນ, ພ້ອມທັງປະກອບສ່ວນເຂົ້າໃນການຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ການເດີນທາງທະເລ ແລະ ການບິນຢ່າງເສລີ ໃນພາກພື້ນນີ້.

ການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ບຣູໄນໄດ້ຮັບການສ້າງຕັ້ງແຕ່ປີ 1992, ຈົນເຖິງປັດຈຸບັນການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດພວມໄດ້ຮັບການພັດທະນາເປັນຢ່າງດີ. ໃນການພົວພັນດ້ານການເມືອງ, ທັງສອງຝ່າຍໄດ້ແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງໃນການຢ້ຽມຢາມ ແລະ ພົບປະກັນເປັນປະຈຳ. ໃນນັ້ນທັງສອງປະເທດໄດ້ເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ: ທ່ານ ເຈີນດຶກເລືອງ ປະທານປະເທດ ຫວຽດນາມ ໄດ້ມີການຢ້ຽມຢາມ ບຣູໄນ ໃນປີ 2001,  ທ່ານ ຫງວຽນເຕີນຢຸງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການຢ້ຽມຢາມບຣູໄນ ໃນປີ 2007,  ທ່ານ ເຈືອງເຕີນຊາງ ປະທານປະເທດ ຫວຽດນາມ ໄດ້ມີການຢ້ຽມຢາມບຣູໄນ ໃນປີ2012. ໃນປີ 2016, ທ່ານ ເຈີນດ້າຍກວາງ ປະທານປະເທດ ຫວຽດນາມ ໄດ້ມີການຢ້ຽມຢາມ ບຣູໄນ ຢ່າງເປັນທາງການ ແລະ ໃນໂອກາດນັ້ນສອງຝ່າຍໄດ້ລົງນາມໃນຖະແຫຼງການຮ່ວມ, ໃນນັ້ນໄດ້ຢັ້ງຢືນຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ບຣູໄນ ດ້ວຍຄາດໝາຍວົງເງິນການຄ້າສອງຝ່າຍຈະບັນລຸໄດ້ 500 ລ້ານ USD ໃນປີ 2025 ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາກາລະໂອກາດໃນການລົງທຶນ ແລະ ດຳເນີນທຸລະກິດລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ