ກາຕາ ກ່າວຫາ ອາຣັບບີ ຊາອຸດິ ກີດຂວາງພົນລະເມືອງປະເທດນີ້້ໄປນະມັດສະການຢູ່ເຂດສັກສິດ Mecca

(VOVWORLD) -ອາຣັບບີ ຊາອຸດິ ໄດ້ປິດລະບົບເອເລັກໂຕນິກ ເຊິ່ງເປັນບ່ອນທີ່ບັນດາອົງການທ່ອງທ່ຽວໄດ້ນໍາໃຊ້ ເພື່ອຂໍໃບອະນຸຍາດໃຫ້ສ່ວນບຸກຄົນຜູ້ທີ່ເຂົ້າຮ່ວມນະມັດສະການ ມາຈາກ ກາຕາ. 

ກາຕາ ກ່າວຫາ ອາຣັບບີ ຊາອຸດິ ກີດຂວາງພົນລະເມືອງປະເທດນີ້້ໄປນະມັດສະການຢູ່ເຂດສັກສິດ Mecca - ảnh 1ສາສະນິກກະຊົນ  ສາສະໜາອິດສະລາມ ຢູ່ເຂດສັກສິດ Mecca

(ພາບ: Getty Images) 

ກາຕາ ໄດ້ກ່າວຫາ  ອາຣັບບີ ຊາອຸດິ ທີ່ໄດ້ກີດຂວາງພົນລະເມືອງຂອງປະເທດນີ້ໄປນະມັດສະການ ຢູ່ເຂດສັກສິດ Mecca. ທ່ານ Abdullah Al – Kaabi ຂຶ້ນກັບ ຄະນະກໍາມະການສິດທິມະນຸດແຫ່ງຊາດ ກາຕາ ໃຫ້ຮູ້ວ່າ ອາຣັບບີ ຊາອຸດິ ໄດ້ປິດລະບົບເອເລັກໂຕນິກ ເຊິ່ງເປັນບ່ອນທີ່ບັນດາອົງການທ່ອງທ່ຽວໄດ້ນໍາໃຊ້ ເພື່ອຂໍໃບອະນຸຍາດໃຫ້ສ່ວນບຸກຄົນຜູ້ທີ່ເຂົ້າຮ່ວມນະມັດສະການ ມາຈາກ ກາຕາ. ກ່າວຄໍາເຫັນຕໍ່ວົງການສື່ມວນຊົນ, ເຈົ້າໜ້າທີ່ທ່ານນີ້ ໄດ້ຊີ້ແຈ້ງວ່າ: “ບັນດາພົນລະເມືອງ ແລະ ປະຊາຊົນທີ່ດໍາລົງຊີວິດຢູ່ ກາຕາ, ໃນປີ 2018  ບໍ່ມີໂອກາດເຂົ້າຮ່ວມນະມັດສະການ Haj ຍ້ອນລະບົບຈົດທະບຽນຍັງຖືກປິດຢູ່ ແລະປະຊາຊົນ ກາຕາ ບໍ່ໄດ້ຮັບວິຊາ ເພາະວ່າບໍ່ມີການເຄື່ອນໄຫວທາງການທູດໃດໆ”.

        ກາຕາໃຫ້ຮູ້ວ່າ ເຖິງວ່າ ພົນລະເມືອງ ກາຕາ ຈໍານວນ 1.200 ຄົນ ມີເງື່ອນໄຂພຽງພໍເພື່ອເຂົ້າຮ່ວມນະມັດສະການ ຕາມວິທີການນໍາໃຊ້ໂຄຕາກໍຕາມ, ແຕ່ອໍານາດການປົກຄອງ Doha ກໍບໍ່ຍອມຮັບບັນດາໃບອະນຸຍາດນັ້ນ ແລະ ຖີ້ມໂທດໃສ່່ເລື່ອງ ອາຣັບບີ ຊາອຸດິ, ສະຫະລັດອາຣັບເອມມີເລດ (UAE), ບາເຣັນ ແລະ ເອຢິບ ໄດ້ຕັດການພົວພັນທາງການທູດ ແລະ ການຄ້າກັບປະເທດນີ້ແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ