ການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວໝັ້ນຄົງແລະພັດທະນາຮອບດ້ານ

ການກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວໝັ້ນຄົງແລະພັດທະນາຮອບດ້ານ - ảnh 1
ການ​ເຮັດ​ວຽກ​ລະ​ຫວ່າງ 2 ຄະ​ນະ
(ພາບ: Thế Duyệt/TTXVN)

(vovworld) – ວັນ​ທີ 16/12, ທີ່​ນະຄອນ ອຽນ​ບ໋າ​ຍ, ຄະນະ​ຊີ້​ນຳ​​​ເຂດ​ໄຕ​ບັກ ຕາງໜ້າ​ປະ​ເທດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ ​ແລະ ຄະນະ​ປະຕິບັດ​ງານ​ຂອງ​ປະ​ເທດ​ແຫ່ງສາທາລະນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ ​ໄດ້​ຈັດ​ຕັ້ງ​ການ​ເຈລະຈາ, ຕີ​ລາຄາ​ໝາກຜົນ “ການ​ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ ຫວຽດນາມ-​ລາວ ໝັ້ນຄົງ ​ແລະ ພັດທະນາ​ຮອບດ້ານ”. 2 ຝ່າຍ ​ເປັນ​ເອກະ​ພາບກັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ປະ​ເທດ ຕັດສິນ​ໃຈ​ກ່ຽວ​ກັບການຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​​ແດນ ຫວຽດນາມ-​ລາວ ໝັ້ນຄົງ ​ແລະ ພັດທະນາ​ຮອບດ້ານ, ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ-​ສັງຄົມ, ຍົກ​ສູງ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ 2 ຝ່າຍ​ເຂດ​ຊາຍ​ແດນ ​ແລະ ​ເຮັດ​ໃຫ້​ທຸກ​ກົນອຸບາຍ​ທີ່ທຳລາຍການປະຕິວັດ 2 ປະ​ເທດຂອງ​ບັນດາ​ອິດ​ທິກຳລັງ​ເປັນ​ປໍ​ລະ​ປັກປະລາ​ໄຊ. ​ໄປຄຽງ​ຂ້າງ​ນັ້ນ, ສູ​ມ​ໃສ່​ປະຕິບັດ​ສຳ​ເລັດ​ເພື່ອ​ນຳ​ໃຊ້​ 2 ກຸ່ມ​ບ້ານຢູ່ພາກ​ເໜືອລາວ; ​ເພີ່ມ​ທະວີ​ສົມທົບ​ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເຂດ​ຊາຍ​ແດນ; ​ແກ້​ໄຂ​ສະພາບ​ການ​ອົບ​ພະຍົບ​ໄປ​ລາວ​ຜິດ​ກົດໝາຍ​​. ພ້ອມ​ທັງ, ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ການ​ຮ່ວມ​ມື​, ການ​ລົງທຶນ ​ແລະ ການ​ພັດທະນາ ລະຫວ່າງ 2 ປະ​ເທດຢ່າງ​ມີ​ປະສິດທິ​ຜົນ.

      ສ່ວນທ່ານ​ຮອງ​ຫົວໜ້າຮັບຜິດຊອບ​ຄະນະ​ຊີ້​ນຳເຂດ​ໄຕ​ບັກ​ ເຈືອງ​ຊວນ​ກື່ ຢືນ​ຢັ້ນວ່າ: ຝ່າຍ ​ຫວຽດນາມ ຈະ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ, ການ​ຮ່ວມ​ມື, ການ​ລົງທຶນ ​ແລະ ການ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ບັນດ​າແຂວງ​​ ເຂດ​ໄຕ​ບັກ ຫວຽດນາມ ຈະ​ສືບ​ຕໍ່​ໜູນ​ຊ່ວຍບຳລຸງ​ສ້າງ​ໃຫ້​ແກ່​ບັນດາ​ແຂວງ​ພາກ​ເໜືອ​ລາວ​; ສືບ​ຕໍ່​ຮັກສາ​ກົນ​ໄກ​ສົມທົບ, ການ​ເຈລະຈາ​​ເປັນ​ປະຈຳ​ປີ ລະຫວ່າງ​ຄະນະ​ຊີ້​ນຳ ເຂດ​ໄຕ​ບັກ ​ແລະ ຄະນະ​ພັດທະນາ​ຊົນນະບົດ ​ແລະ ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດ​ພົ້ນ​ຄວາມທຸກ​ຍາກ​ສູນ​ກາງ​ລາວ.


ຂ່າວ/ບົດ​ອື່ນ