ການກະທຳພິດພາດບໍ່ອາດເຮັດໃຫ້ປ່ຽນແປງຄວາມຈິງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ,ຮ່ວາງຊາຂອງຫວຽດນາມ

ການກະທຳພິດພາດບໍ່ອາດເຮັດໃຫ້ປ່ຽນແປງຄວາມຈິງກ່ຽວກັບອະທິປະໄຕສຳລັບໝູ່ເກາະເຈື່ອງຊາ,ຮ່ວາງຊາຂອງຫວຽດນາມ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) – ວັນ​ທີ 24/06, ເມື່ອ​ຕອ​ບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ໃຫ້​ຮູ້​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ຕໍ່​ໜ້າ​ຂໍ້​ມູນ​ຂ່າວ​ຫວ່າງ​ແລ້ວນີ້​​​ສື່ມວນ​ຊົນ​ຈີນ ​ໄດ້​ໃຫ້​ຂ່າວກ່ຽວ​ກັບ​ເລື່ອງ​ຈີນ ສືບ​ຕໍ່​ດຳ​ເນ​ີນ​ການກໍ່​ສ້າງ ແລະ ນຳ​ເຂ​ົ້າ​ໃຊ້​ການ​ບາງ​ກິດ​ຈະ​ກຳ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ໃນ​ນັ້ນ​ມີ​ໂ​ຮງ​ໝ​ໍ​ໃນ​ເກາະ ຈີ້​ເທີບ ແລະ ນິ​ຄົມ​ກະ​ເສດ​ໃນ​ເກາະ ຊູ​ບີ, ກໍ​ຄື​ແຫຼ່ງ​ຂ​້​ໍ​ມູນ​ກຸ່ມບໍ​ລິ​ສັດ​ຂົນ​ສົ່ງ​ທາງ​ທະ​ເລ​ຈີນ COSCO ມີ​ແຜນ​ການ​​ເປີດ​ບັນ​ດາ​ສາຍ​ທ່ອງ​ທ່ຽວ​ໄປ​ໝູ່​ເກາະ​ຮ່​ວາງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ຢືນ​ຢັນ​ວ່າ.

        “ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​ຢ່າງ​ຈະ​ແຈ້ງ ແລະ ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາບ​ກ່ຽວ​ກັບ​ບັນ​ຫານີ້​ມາ​ຫຼາຍ​ຄັ້ງ​ແລ້ວ. ຫວຽດ​ນາມ ມີ​ອະ​ທິ​ປະ​ໄຕ​ທີ່ບໍ່​ອາດ​​ໂຕະ​ຖຽງ​ກັນ​ໄດ້​ສຳ​ລັບ 2 ໝ​ູ່​ເກາະ​​ເຈື່ອງ​ຊາ ແລະ ຮ່​ວາງ​ຊາ. ເລື່ອງ​ຈີນ ກໍ່​ສ້າງ, ນຳ​ເຂົ້າ​ໃຊ້​ການ​ບັນ​ດາ​ກິດ​ຈະ​ກຳ​ຢູ່​ບັນ​ດາ​ເກາະ​, ​ຫາດດອນຫີນຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ຫຼ​ື ​ເປີດ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ໄປ​ເຖິງ​ເຂດ​ໝູ່​ເກາະ​ຮ່​ວາງ​ຊ​າ ແມ່ນ​ລ້ວນ​ແຕ່​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢ່າງ​ຮ້າຍ​ແຮງ. ບັນ​ດາ​ການ​ກະ​ທຳ​ລ​ະ​ເມີດ​ກົດ​ໝາຍ​ຄື​ແນວນັ້ນ ບໍ່​​ອາດ​ເຮັດ​ໃຫ້ປ່ຽນ​ແປງ​​ຄວາມ​ຈິ່ງ​ກ່ຽວ​ກັບ​ອ​ະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ​ດັ່ງ​ກ່າວ​ໄດ້.

ຫວຽດ​ນາມ ຕັດ​ສິນ​ໃຈ​ຄັດ​ຄ້ານ ແລະ ຮຽກ​ຮ້ອງ​ຈ​ີນ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ, ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ຢ່າງ​ຜິດ​ພາດ​ດັ່ງ​ກ່າວ​ໂດຍ​ທັນ​ທີ ແລະ ບໍ່​ປະ​ໃຫ້​ບັນ​ດາ​ການ​ກະ​ທຳ​ຄ້າຍ​ຄື​ກັນ​ເກີດ​ຂຶ້ນ​ຄືນ​ໃໝ່; ປະ​ຕິ​ບັດຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ ແລະ ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ”.

ຂ່າວ/ບົດ​ອື່ນ