ການຄ້າ 2 ຝ່າຍ ຫວຽດນາມ - ລາວ ບັນລຸກ່ວາ 1 ຕື້ USD ໃນປີ 2018

(VOVWORLD) - ວັນທີ 20 ກຸມພາ, ໜັງສືພິມລາວພັດທະນາ ຂອງສະມາຄົມນັກຂ່າວລາວ ໃຫ້ຮູ້ວ່າ: ວົງເງິນການຄ້າ ລາວ - ຫວຽດນາມ ໃນປີ 2018 ບັນລຸກ່ວາ 1 ຕື້ USD, ເພີ່ມຂຶ້ນ 13% ເມື່ອທຽບໃສ່ປີ 2017, ລື່ນກາຍຄາດໝາຍ ເຊິ່ງລັດຖະບານ 2 ປະເທດວາງອອກ.

ປີ 2019, ລັດຖະບານ 2 ປະເທດໄດ້ວາງອອກຄາດໝາຍສູ້ຊົນນຳວົງເງິນການຄ້າ 2 ຝ່າຍເພິ່ມຂຶ້ນແຕ່ 10% ຂຶ້ນໄປ. ປັດຈຸບັນ, ການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດມີໂຄງການລົງທຶນຢູ່ ລາວ.

        ໄປຄຽງຄູ່ກັນນັ້ນ, ເລື່ອງຜັນຂະຫຍາຍບັນດາໂຄງການທີ່ນຳໃຊ້ທຶນອຸປະຖຳກໍ່ບັນລຸໄດ້ໝາກຜົນດີ ໂດຍລະອຽດແມ່ນໃນປີ 2018 ໄດ້ສ້າງສຳເລັດ, ມອບຮັບ ແລະ ນຳເຂົ້າເຄື່ອນໄຫວ 12 ໂຄງການ. ພ້ອມນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ ກໍ່ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ເປີດກ້ວາງການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ. ບັນດາກົນໄກ, ນະໂຍບາຍຮ່ວມມືລະຫວ່າງ 2 ປະເທດກໍ່ໄດ້ຮັບການປຶກສາຫາລື, ປັບປຸງຢ່າງທັນການ ແລະ ເໝາະສົມກັບສະພາບຕົວຈິງຂອງແຕ່ລະປະເທດກໍ່ຄືກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ