ການຊ່ວງເສັງດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດ ໄດ້ຮັດແຄບລົງຜູ້ອອກສະໝັກເລືອກຕັ້ງ

(VOVWORLD) -ວັນທີ 18 ມິຖຸນາ, ໃນການຊ່ວງເສັງດຳລົງຕຳແໜ່ງນາຍົກລັດຖະມົນຕີອັງກິດ ໄດ້ຮັດແຄບ, ຜູ້ອອກສະໝັກເລືອກຕັ້ງລົງເຫຼືອພຽງ 5 ທ່ານເທົ່ານັ້ນ

ພາຍຫຼັງທີ່ທ່ານ Dominic Raab, ອະດີດລັດຖະມົນຕີ Brexit ບໍ່ຮັບຈຳນວນບັດສະໜັບສະໜູນທີ່ຈຳເປັນຢ່າງພຽງພໍ 33 ບັດ ໃນການປ່ອນບັດຮອບທີ 2 ຂອງບັນດາສະມາຊິກລັດຖະສະພາພັກຮັກສາເດີມກຳອຳນາດ. ມາຮອດປະຈຸບັນ, ທ່ານ Boris Johnson ຍັງນຳໜ້າໃນການຊ່ວງເສັງຢູ່.

        ຕອນຄ່ຳວັນທ່ 18 ມິຖຸນາ, ພັກຮັກສາເດີມ ໄດ້ປະກາດໝາກຜົນການປ່ອນບັດ ຊີ້ໃຫ້ເຫັນວ່າ ທ່ານ Boris Johnson ໄດ້ຮັບຈຳນວນບັດສະໜັບສະໜູນຫຼາຍທີ່ສຸດໃນຮອບທີ 2 ຂອງບັນດາສະມາຊິກລັດຖະສະພາພັກຮັກສາເດີມ, ໃນການຊ່ວງເສັງດຳລົງຕຳແໜ່ງການນຳພັກຮັກສາເດີມ ແລະ ນາຍົກລັດຖະມົນຕີ ດ້ວຍຈຳນວນ 126 ບັດ, ຫຼາຍກວ່າຮອບທີ 1 ແມ່ນ 12 ບັດ.

        ຕາມແຜນການ, ໃນອາທິດນີ້ຈະສືບຕໍ່ດຳເນີນການປ່ອນບັດໃຫ້ຜູ້ອອກສະໝັກເລືອກຕັ້ງ 5 ທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ