ການຊ່ວຍເຫຼືອຫວຽດນາມຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຄາດວ່າບັນລຸ300ລ້ານUSD

ການຊ່ວຍເຫຼືອຫວຽດນາມຂອງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຄາດວ່າບັນລຸ300ລ້ານUSD - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 19/12, ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຈັດ​ຕັ້​ງ​ພິ​ທີ​ສະ​ຫລຸບ ແລະ ຮັບ​​ຮູ້​ການ​ປະ​ກອບ​ສ່ວນຂອງ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ແລະ ​ສ່ວນບຸກ​ຄົນ​ປີ 2014. ເຂົ້າ​ຮ່ວມ​ພິ​ທີ​ມີ​ຜູ້​ແທນ​ກ່​ວາ 250 ທ່ານ​ທີ່​ມາ​ຈາກ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ບາງ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຊົນ, ຜູ້​ຕາງ​ໜ້າ​ບັນ​ດາ​ທ້ອງ​ຖີ່ນ, ອົງ​ການ​ການ​ທູດ ແລະ ອົງ​ການ​ຮ່ວມ​ມື​ພັ​ດ​ທະ​ນາ​​ປະ​ເທດຕ່າງໆ.

        ປີ 2014, ເຖິງວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ​ຍັງ​ບໍ່​ທັນ​ມີ​ສັນ​ຍານ​ຟື້ນ​ຟູ, ການ​​ຊ່ວຍ​ເຫຼືອຂອງ​ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ ຍັງ​ຄົງ​ໄດ້​ຮັບ​ການຮັກ​ສາ ແລະ ​ບັນ​ລຸ​ໄດ້​ຕົວ​ເລກ​ເປັນ​ໜ້າ​ຮັບ​ຮູ້. ໃນ​ປີ 2015, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ຄະ​ນະ​ປະ​ສານ​ງານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ຈະ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​, ຄວາມ​ຕ້ອງ​ການ ແລະ ເຊື່ອມ​ຕໍ່​ລະ​ຫວ່າງ​ທ້ອງ​ຖີ່ນ​ກັບ​ບັນ​ດາ​ນັອຸ​ປະ​ຖຳ, ກອງ​ທຶ​ນ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ, ວຽກ​ງານ​ຝຶກ​ອົບ​ຮົມ, ບຳ​ລຸງ​ສ້າງກໍ່​ຄື​ສືບ​ຕໍ່​ຊອກ​ຫາ​ບັນ​ດາ​ທິດ​ທາງ​ໃໝ່​ເພື່ອ​ແທດ​ເໝາະ​ກັບ​ສະ​ພາບ​ການ​​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ຂອງ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ