ການຍິງປືນກໍ່ຄວາມບາດເຈັບລົ້ມຕາຍຢູ່ສູນການຄ້າທີ່ເຢຍລະມັນ

ການຍິງປືນກໍ່ຄວາມບາດເຈັບລົ້ມຕາຍຢູ່ສູນການຄ້າທີ່ເຢຍລະມັນ - ảnh 1
ຕຳຫຼວດໄດ້ຮັບການຜັນຂະຫຍາຍຢູ່ສູນ​ການ​ຄ້າ
(ພາບ: AFP)

(vovworld) – ການ​ຍິງ​ປືນ​ເກີດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 22/7, ຢູ່​ສູນ​ການ​ຄ້າ Olympic ຢູ່​ນະຄອນ Munich, ລັດ Bayer, ປະ​ເທດ​​ເຢຍລະ​ມັນ. ປະຈຸ​ບັນ, ຕຳຫຼວດ Munich ​ໄດ້​ຢັ້ງຢືນ​ຕົວ​ການ​ກໍ່​ໃຫ້​ເກີດ​ການ​ຍິງ​ປືນ​ດັ່ງກ່າວ​ແມ່ນ​ຊາວ​ໜຸ່ມ ອາຍຸ 18 ປີ, ຖື​ສັນຊາດ ​ເຢຍລະ​ມັນ ​ແລະ ອີຣານ. ຕົວ​ການ​ໄດ້​ຂ້າ​ຕົວ​ຕາຍ​ໃນ​ສະຖານ​ທີ່​ເກີ​ດ​ເຫດ. ການ​ຍິງ​ປືນ​​ເຮັດ​ໃຫ້ 9 ຄົນ​ເສຍ​ຊີວິດ , ນອກຈາກ​ນັ້ນ​ຍັງ​ມີ 16 ຄົນ​ຖືກ​ຮັບ​ບາດ​ເຈັບ, ​ໃນ​ນັ້ນ​ມີ 3 ຄົນ​ຖືກ​ຮັບ​ບາດ​ເຈັບ​ໜັກ. ​ເຫດການ​ຍິງ​ປືນ​ຢູ່ Munich ​ເກີດ​ຂຶ້ນ​ພາຍຫຼັງ​​ຊາຍໜຸ່ມ​​ເຂົ້າ​ເມືອງ ​ໄດ້ບຸກ​ໂຈມ​ຕີ​ຜູ້​ໂດຍສານ​ດ້ວຍ​ມິ​ດ ​​ໃນ​ຖ້ຽວ​ລົດ​​ໄຟ​ຢູ່​ນະຄອນ Wuerzburg, ລັດ Bavaria, ​ເມື່ອ​ວັນ​ທີ 18/7 ​ເຮັດ​​ໃຫ​້ 5 ຄົນ​ຖືກ​ຮັບ​ບາດ​ເຈັບ.

        ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 23/7, ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ ​ເຢຍລະ​ມັນ ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ​ພາຍ​ໃຕ້​ກາ​ນ​ເປັນ​ປະທານ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ Angela Merkel. ການ​ນຳ​ຫຼາຍ​ທ່ານ​ໃນ​ໂລກ​ໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ ກ່ຽວ​ກັບ​ເຫດ​ຍິງ​ປືນ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ