ການຕໍ່ສູ້ເພື່ອໃຫ້ອາເມລິກາ ຍຸບເລິກຄຳສັ່ງຂວ້ຳບາດ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ

ການຕໍ່ສູ້ເພື່ອໃຫ້ອາເມລິກາ ຍຸບເລິກຄຳສັ່ງຂວ້ຳບາດ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ - ảnh 1
(ພາບປະກອບ)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ວາລະ​ອັດ​ກອງ​ປະຊຸມ​ຄັ້ງ​ທີ 4 ສະພາ​ແຫ່ງ​ຊາດ​ກຸຍ​ບາ ຊຸດ​ທີ 8. ວັນ​ທີ 20/12, ການ​ນຳ​ກຸຍ​ບາ ຢືນຢັນຂໍ້​ຕົກລົງ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ກັບ​ອາ​ເມ​ລິ​ກາ ​ແມ່ນ​ບາດກ້າວ​ສຳຄັນ, ​ແຕ່​ຍັງ​ຕ້ອງ​ແກ້​ໄຂ​ບັນຫາ​ຕົ້ນ​ຕໍ່​ນັ້ນ​ແມ່ນ​ນະ​ໂຍບາຍ​ຂວ້ຳ​ບາດ. ນີ້​ບໍ່ພຽງ​ແຕ່​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ກຸຍ​ບາ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຄວາມ​ຮຽກຮ້ອງ​ຂອງ​ປະຊາ​ຄົມ​ໂລກ​ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢູ່​ອາ​ເມ​ລິ​ກາ ອີກ​ດ້ວຍ. ທ່ານ​ປະທານ Raul Castro ປາດ​ຖະໜາ​ວ່າ ​ປະທານາທິບໍດີ​ອາ​ເມ​ລິ​ກາ Brack Obama ຈະ​ນຳ​ໃຊ້​ສິດ​ອຳນາດ​ບໍລິຫານ​ເພື່ອ​ປັບປຸງ​ຂໍ້​ມາດຕາ​ຕ່າງໆ​ໃນ​ກົດໝາຍ​ຂວ້ຳ​ບາດ​ເຊິ່ງບໍ່​ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ. ທ່ານ​ກໍ່​ຍ້ອມ​ຮັບ​ວ່າ, ທ່ານ​ປະທານາທິບໍດີ Obama ​ຕ້ອງ​ຮັບ​ຄຳ​ຕຳ​ນິຕິ​ຕຽນ​ຈາກ​ກຳລັງ​ຕ່າງໆ​ທີ່ບໍ່​ຢາກ​ໃຫ້ 2 ປະ​ເທດ​ສ້າງ​ການ​ພົບ​ພັນ​ເປັນ​ເປົກກະຕິ ຍ້ອນ​ໄດ້​ຍົກ​ອອກ​ນະ​ໂຍບາຍ​ໃໝ່​​ຕໍ່ກຸຍ​ບາ.
ຂ່າວ/ບົດ​ອື່ນ