ການຕ່າງປະເທດປະຊາຊົນປະກອບສ່ວນປົກປັກຮັກສາເອກະລາດ,ອະທິປະໄຕປະເທດຊາດ

ການຕ່າງປະເທດປະຊາຊົນປະກອບສ່ວນປົກປັກຮັກສາເອກະລາດ,ອະທິປະໄຕປະເທດຊາດ - ảnh 1
ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາ​ບ ຫວຽດ​ນາມ
(ພາບປະ​ກອບ)

(vovworld) - ​ປີ 2014, ວຽ​ກ​ງາ​ນ​ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ການ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕຂອງ ຫວຽດ​ນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ຄະ​ນະ​ປະ​ທານ​ຊຸດ​ທີ 5 ຄັ້ງ​ທີ 2 ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕ​ະ​ພາບ ຫວຽດ​ນາມ, ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 20/1, ຢູ່ ຮ່າ​ໂນ້ຍ, ທ່ານ ຫວູ​ຊວນ​ຮົ່ງ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາ​ບ ຫວຽດ​ນາມ, ໃຫ້​ຮູ້​ວ່າ:

        “ສຳ​ລັບ​ພວ​ກ​ເຮົາ​ແລ​້ວ, ມີ​ບັນ​ຫາ​ໜຶ່ງ​ເກີດ​ຂຶ້ນນັ້ນ​ແມ່ນ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ - 981 ​ຢ່າງຜິດ​ກົດ​ໝາຍ​ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ຢູ່​ທະ​ເລ​ຂອງ ຫວຽດ​ນາມ. ການ​​ຕ່າງ​ປະ​ເທດປະ​ຊາ​ຊົນ ໄດ້​ເຂົ້າ​ຮ່ວມ​ການ​ຕໍ່​ສູ້ນີ້ ແລະ ​ຍາດໄດ້​ບັນ​ດາ​ຜົນ​​ງານ​ສຳ​ຄັນ​ທີ່​ສຸດ. ໃນ​ນັ້ນ​​ມີເລື່ອງ​ເຊື່ອມ​ຕໍ່​​ເຄືອ​ຂ່າຍເພື່ອນ​ມິດ​​ສາ​ກົນອອ​ກ​ສຽງ​ປົກ​​ປັກ​ຮັກ​ສາ, ສະ​ໜັບ​ສະ​ໜູນ ຫວຽດ​ນາມ, ສືບ​ຕໍ່​ຮັກ​ສາ​ຂະ​ບວນ​ການ​ຮອດ​ປະ​ຈຸ​ບັນ ແລະ ໜູນ​ຊ່ວຍ​ພວກ​ເຮົາ​ໃນ​ຊຸມ​ປີ​ຕໍ່​ໄປ”

        ທີ່ກອງ​ປະ​ຊຸມນີ້, ຄະ​ນະ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ​ທິດ​ທາງວຽກ​ງານ​ໃນ​ປີ 2015, ສຸມ​ໃສ່​ເຂົ້າ​ໃນ​ບາງ​ເນື້ອ​ໃນ​ຄື: ປັບ​ປຸງ, ເປີດ​ກ້​ວາງ, ພັດ​ທະ​ນາ​ເຄືອ​ຂ່າຍ​ເພື່ອນ​ມິດ​ສາ​ກົນ ແລະ ຄູ່​ຮ່ວມ​ມື​ສາ​ກົນ​ຕາມ​ລວງ​ເລິກ…


ຂ່າວ/ບົດ​ອື່ນ