ການທ່ອງທ່ຽວກາເມົາ,ຊາປາຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດປີໃໝ່ປະຈຳຊາດປີລະກາ2017

ການທ່ອງທ່ຽວກາເມົາ,ຊາປາຕ້ອນຮັບແຂກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດປີໃໝ່ປະຈຳຊາດປີລະກາ2017 - ảnh 1
ນະ​ຄອນ ຊາ​ປາ
(ພາບ​ປະ​ກອບ)

(vovworld) - ໃນ​ຊຸມ​ວັນ​ບຸນ​ເຕັດ ປີ​ລະ​ກາ, ບັນ​ດາ​ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຂອງ​ແຂວງ ກາ​ເມົາ ໄດ້​ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼ​ວງຫຼາຍ. ໃນ 4 ວັນ (ແຕ່​ວັນ​ທີ 30 ຫາ ວັນ​ທີ 3 ຂອງ​ບຸນ​ເຕັດ ປີ​ລະ​ກາ), ສະ​ຖານ​ທີ່​ທ່ອງ​ທ່ຽວ ແຫຼມ ກາ​ເມົາ ໄດ້​ຕ້ອນ​ຮັບ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ 30.000 ເທື່ອ​ຄົນ​ທີ່​ມາຈາກ​ທຸກໆ​ແຂວງ​ໃນ​ທົ່ວ​ປະ​ເທດ ແລະ ແຂກ​ທ່ອງ​ທ່ຽວ​ສາ​ກົນ. ທ່ານ ເຈີ່ນ​ຮ໋ຽວ​ຮູ່ງ, ຫົວ​ໜ​້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ ກາ​ເມົາ ໃຫ້​ຮູ້​ວ່າ:

        “ຄາດ​ວ່າ, ບຸນ​ເຕັດ​ປີ​ນີ້, ຈຳ​ນວນ​ແຂກ​ທ່​ອງ​ທ່ຽວ​ເພີ່ມ​ຂຶ້ນ​ປະ​ມານ 30 -35% ເມື່ອ​ທຽບ​ໃສ່​ປີ​ກ່ອນ.  ໃນປີ​ກ່ອນ​, ຫຼາຍ​ສະ​ຖານທີ່​​ໄດ້​ຕ້ອນ​ຮັບແຂ​ກ​ທ່ອງ​ທ່ຽວແຕ່ 10 15 ພັນ​​ເທື່ອ​ຄົນ, ປີນີ້​ອາດ​ຈະ​ບັນ​ລຸ 18 ພັນ​ເທື່ອ​ຄົນ. ​ແຫຼມ​ກາ​ເມົາ ອາດ​ຈະ​ເພີ່ມ​ຂຶ້ນຫຼາ​ຍ​ກ່​ວາ​ແມ່ນ 30% ເມື່ອ​ທຽບ​ໃສ່​ປີ​ກ່ອນ. ຖ້າ​ຫາກວ່າ​ປີ 2016, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ 1 ລ້ານ​ເທື່ອ​ຄົນ, ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ນີ້ ແລະ ໝົດ​ປີ  2017 ນີ້ ພວກ​ຂ້າ​ພະ​ເຈົ້າ​ຈະ​ພະ​ຍາ​ຍາມ​ຕ້ອນ​ຮັບ 1,5 ລ້ານ​ເທື່ອ​ຄົນ.”

        ໃນ 3 ວັນ​ຂອງ​ບຸນ​ເຕັດ (ວັນ​ທີ 1, 2, 3 ຂອງ​ບຸນ​ເຕັດ​ປີ​ລະ​ກາ 2017) ມີ​ແຂກ​ທ່​ອງ​ທ່ຽວ​ປະ​ມານ 7.000 ເທື່ອ​ຄົນ​ໄປ​ທ່ອງ​ທ່ຽ​ວ ຊາ​ປາ, ແຂວງ ລາວ​ກາຍ, ໃນ​ນັ້ນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ກວມ 70%.


ຂ່າວ/ບົດ​ອື່ນ