ການນໍາຄົນໃໝ່ຂອງພັກນິຍົມຮັກສາເດີມໝັ້ນໝາຍ Brexit ໃນວັນທີ 31 ຕຸລາ ຈະມາເຖິງ

(VOVWORLD) -ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດອັງກິດ ໄດ້ເປັນຜູ້ສືບທອດຕໍາແໜ່ງ ຂອງທ່ານນາງນາຍົກລັດຖະມົນຕີ Theresa May ໃນວັນທີ 24 ກໍລະກົດນີ້. 
ການນໍາຄົນໃໝ່ຂອງພັກນິຍົມຮັກສາເດີມໝັ້ນໝາຍ Brexit ໃນວັນທີ 31 ຕຸລາ ຈະມາເຖິງ - ảnh 1 ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດອັງກິດ (ພາບ: TTXVN)

ຕາມໝາກຜົນຂອງການປ່ອນບັດເລືອກຕັ້ງການນໍາຄົນໃໝ່ຂອງພັກນິຍົມຮັກສາເດີມ ອັງກິດ ແລ້ວ, ວັນທີ 23 ກໍລະກົດ, ທ່ານ Boris Johnson ອະດີດລັດຖະມົນຕີການຕ່າງປະເທດອັງກິດ ໄດ້ເປັນຜູ້ສືບທອດຕໍາແໜ່ງ ຂອງທ່ານນາງນາຍົກລັດຖະມົນຕີ Theresa May ໃນວັນທີ 24 ກໍລະກົດນີ້. ໃນຖະແຫຼງການສະບັບຫຼ້າສຸດພາຍຫຼັງໝາກຜົນການປ່ອນບັດໄດ້ຮັບການປະກາດ, ທ່ານ Jonhnson ໄດ້ຢັ້ງຢືນຄືນໃໝ່ອີກຄັ້ງໜຶ່ງວ່າ ຈະຕັດສິນໃຈນໍາປະເທດອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ (ອີຢູ) ໃນວັນທີ 31 ຕຸລາ ຈະມາເຖິງ ໃຫ້ຖືກຕ້ອງຕາມຄໍາໝັ້ນສັນຍາທີ່ໄດ້ສັນຍາໄວ້ໃນຕະຫຼອດບັ້ນຫາສຽງເລືອກຕັ້ງກ່ອນໜ້ານັ້ນ.

        ຕາມແຜນການແລ້ວ, ທ່ານ  Boris Johnson ມີເວລາພຽງແຕ່ 3 ເດືອນເທົ່ານັ້ນ ເພື່ອແກ້ໄຂວິກິດການ Brexit ທີ່ແກ່ຍາວມາເປັນເວລາ 3 ປີ. ນະໂຍບາຍຂອງທ່ານ Boris Johnson ແມ່ນປະຕິບັດ Brexit ໃຫ້ຖືກຕ້ອງຕາມກໍານົດເວລາ ແມ່ນວັນທີ 31 ຕຸລາ, ເຖິງວ່າຈະບັນລຸໄດ້ຫຼືບໍ່ບັນລຸໄດ້ຂໍ້ຕົກລົງກໍຕາມ; ເຈລະຈາ “ຂໍ້ຕົກລົງຖອນຕົວອອກຈາກ ອີຢູ” ຄືນໃໝ່, ຮັບປະກັນຄ່າຖອນຕົວແມ່ນໃຫ້ຢູ່ໃນລະດັບ 48 ລ້ານ USD ຈົນເຖິງເມື່ອໃດ ອັງກິດ ບັນລຸໄດ້ຂໍ້ຕົກລົງສະບັບໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ