ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

(VOVWORLD) -ໂດຍເນື່ອງໃນໂອກາດສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (ວັນທີ 27/7/1947 – 27/07/2018), ຕອນເຊົ້າວັນທີ 27 ກໍລະກົດ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ (ຢູ່ຖະໜົນບັກເຊີນ - ຮ່າໂນ້ຍ) ແລະ ເຂົ້າໄວ້ອາໄລປະທານໂຮ່ຈີມິນ.

ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ảnh 1 ການນໍາພັກ, ລັດວາງພວງມາລາອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ

(ພາບ:TTXVN)

ເຂົ້າຮ່ວມພິທີໄວ້ອາໄລລວມມີ: ທ່່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ທ່ານ ເລຂາຟຽວ ແລະ ທ່ານນົງດຶກແມ້ງ ອະດີດເລຂາທິການໃຫຍ່; ທ່ານເຈີນດ້າຍກວາງ ປະທານປະເທດ; ທ່ານ ເຈີນດຶກເລືອງ ອະດີດປະທານປະເທດ; ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ; ທ່ານ ຫງວຽນເຕິນຢຸງ ອະດີດນາຍົກລັດຖະມົນຕີ; ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ; ທ່ານ ຫງວຽນວັນອານ ອະດີີດປະທານສະພາແຫ່ງຊາດ ແລະ ທ່ານ ເຈີນແທັງເໝິນ ປະທານຄະນະກໍາມະການສູນກາງ ແນວໂຮມປະເທດຊາດຫວຽດນາມ.

ໃນພວງມາລາຂອງຄະນະມີແຖວຕົວໜັງສືຂຽນວ່າ “ຈາລຶກບຸນຄຸນຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຈົນຊົ່ວກາລະນານ” ບັນດາການນໍາພັກ, ລັດ ໄດ້ກົ້ມຫົວໄວ້ອາໄລ ຕໍ່ດວງວິນຍານຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ - ບຸກຄົນຜູ້ດີເດັ່ນຂອງປະເທດຊາດ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອຢ່າງອົງອາດກະຫານເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອລັດທິສັງຄົມນິຍົມ ແລະເພື່ອພັນທະສາກົນອັນສູງສົ່ງ. ຫຼັງຈາກນັ້ນ, ຄະນະການນໍາພັກ, ລັດ ກໍໄດ້ໄປວາງພວງມາລາ, ເຂົ້າໄວ້ອາໄລຢູ່ສຸສານປະທານໂຮ່ຈິີມິນ, ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຂອງເພິ່ນຕໍ່ພາລະກິດແຫ່ງການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຊາດຫວຽດນາມ.

        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຂັ້ນສູນກາງ ແລະ ນະຄອນຮ່າໂນ້ຍ ກໍໄດ້ໄປວາງພວງມາລາ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ອະນຸສາວະລີ ບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າສຸສານໄວ້ອາໄລຫາປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ