ການນຳ ອີຢູ ເຫັນດີເປັນເອກະພາບຮັບຮອງເອົາຫຼັກໝັ້ນເຈລະຈາ Brexit

ການນຳ ອີຢູ ເຫັນດີເປັນເອກະພາບຮັບຮອງເອົາຫຼັກໝັ້ນເຈລະຈາ Brexit - ảnh 1
ກ​ອງ​ປະ​ຊຸ​ມ​ຂອ​ງ​ກາ​ນ​ນຳ​ບັນ​ດາ​ປະ​ເທດ ອີ​ຢູ ເມື່ອ​ວັນ​ທີ 9/3
(ພາບ: AFP/TTXVN)

(vovworld) – ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ຂອງ​ການ​ນຳ 27 ປະ​ເທດ​ສະ​ມາ​ຊິກສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ໄຂ​ຂຶ້ນ​ຢູ່ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊິກ ໃນ​ວັນ​ທີ 29/4. ນີ້​ແມ່ນກອງ​ປະ​ຊຸມ ສຸດຍອດ​ຄັ້ງ​ທຳອິດ​ຂອງ​ສະ​ຫະ​ພາບ​ເອີ​ລົບ ດ້ວຍ​ເນື້ອ​ໃນ​ກະ​ກຽມ​ໃຫ້​ບັນ​ດາ​ການ​ເຈ​ລະ​ຈາ​ຈະ​ມາ​ເຖິງ​ກັບ ອັງ​ກິດ. ນະ​ທີ່ນີ້, ບັນ​ດາ​ການ​ນ​ຳ​ອີ​ຢູ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮັບ​ຮອງ​ເອົາ​ບັນ​ດາ​ແນວ​ທາງ​ຊີ້​ນຳທີ່ “ແຂງ​ກະ​ດ້າງ” ສຳ​ລັບ​ວິ​ວັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ເລື່ອງ ອັງ​ກິດ​ຖອນ​ອອກ​ຈາກ ອີຢູ (ຫຼື​ຍັງ​ເອີ້ນ​ວ່າ Brexit). ຕາມນັ້ນ​ແລ້ວ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ການ​ຄ້າ​ໃນ​ອະ​ນາ​ຄົດ​ກັບ ອັງ​ກິດ ພຽງ​ແຕ່​ໄດ້​ເລີ່ມ​ປະ​ຕິ​ບັດ​ໃນ​ຂະ​ນະ​ທີ່ ລອນດອນ ຕົກ​ລົງ​ບັນ​ດາ​ຂໍ​້​ມາດ​ຕາ​ກ່ຽວ​ກັບ​ສິດ​ພົນ​ລະ​ເມືອງກໍ່​ຄື​ຄ່າ​ໃຊ້​ຈ່າຍ​ໃຫ້ Brexit. ​ບຸ​ລິ​ມະ​ສິດ​ທີໜຶ່ງ ຂອງ​ອີ​ຢູ ແມ່ນ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ໃຫ້ພົນ​ລະ​ເມືອງ ອີ​ຢູ 3 ລ້ານ​ຄົນ​ພວມ​ດຳ​ລົງ​ຊີ​ວິ​ດ​ຢູ່ ອັງ​ກິດ ແລະ ພົນ​ລະ​ເມືອງ ອັງ​ກິດ 1 ລ້າ​ນ​ຄົນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່ ອີ​ຢູ. ກ່ຽວ​ກັບ​ບັນ​ຫານີ້, ຄະ​ນະ​ກຳ​ມະ​ການ​ເອີ​ລົບ ໄດ້​ກະ​ກຽມ​ບັນ​ຊີ​ລາຍ​ຊື່ລະ​ອຽດກ່ຽວ​ກັບ​ສິດ​ເຊິ່ງ ອີ​ຢູ ຢາກ​ປົກປ້ອງ​ພົນ​ລະ​ເມືອງ​ຂອງ​ຕົນ. ເອີ​ລົບ ກໍ່​ຮຽກ​ຮ້ອງ​ໃຫ້ ອັງ​ກິດ ປະ​ຕິ​ບັດ​ສຳ​ເລັດ “ບັນ​ຊີ” ອອກ​ຈ​າກ ເອີ​ລົບ ​ເໝາະ​ສົມ​ທີ່​ສຸດ, ຕາມນັ້ນ​ແລ້ວ, ນັບ​ທັງ​ບັນ​ດ​າ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ງົບ​ປະ​ມານ​ຮອດ​ວັນ​ທີ່​ປະ​ເທດນີ້​ຖອນ​ອອກ​ຈາກ ອີ​ຢູ ຢ່າງ​ເປັນ​ທາງ​ການ ດ້ວຍ​ຕົວ​ເລກບໍ່​ເປັນ​ທາງ​ການ​ຂຶ້ນ​ເຖິງ 50 -60 ຕື້ເອີ​ໂຣ.


ຕອບກັບ

ຂ່າວ/ບົດ​ອື່ນ